ອາເມລິກາ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຍາວນານສຳລັບມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) - ເຂົ້າຮ່ວມກອງປະຊຸມ EAS ລວມມີການນຳ 10 ປະເທດ ອາຊຽນ ແລະ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ລັດເຊຍ, ສ.ເກົາຫຼີ ແລະ ອາເມລິກາ.
ອາເມລິກາ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຍາວນານສຳລັບມະຫາສະໝຸດອິນເດຍ - ປາຊີຟິກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: Kyodo/TTXVN)

        ວັນທີ 13 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຖະແຫຼງວ່າ ຈະຮັກສາຄຳໝັ້ນສັນຍາຂອງ ວໍຊິງເຕັນ ສຳລັບພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ, ຖື ອາຊຽນ ເປັນໃຈກາງ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕຸງ. ການນຳ ອາເມລິກາ ໄດ້ຍົກອອກຖະແຫຼງການດັ່ງກ່າວທີ່ກອງປະຊຸມສຸດຍອດອາຊີ (EAS) ຄັ້ງທີ 17 ເຊິ່ງດຳເນີນໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຫາກໍ່ປິດລົງໃນຕອນບ່າຍວັນທີ 13 ພະຈິກ, ຢູ່ພະນົມເປັນ, ປະເທດ ກຳປູເຈຍ.

        ເຂົ້າຮ່ວມກອງປະຊຸມ EAS ລວມມີການນຳ 10 ປະເທດ ອາຊຽນ ແລະ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ລັດເຊຍ, ສ.ເກົາຫຼີ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ