ອາເມລິກາ ຢືນຢັນຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງກັບ ຕວກກີ

(VOVWORLD) -ວັນທີ 11 ພຶດສະພາ, ທ່ານ Jim Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຕວກກີ Binali Yildrim ຢູ່ນະຄອນຫລວງ ລອນດອນ ປະເທດ ອັງກິດ
ອາເມລິກາ ຢືນຢັນຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງກັບ ຕວກກີ - ảnh 1 ທ່ານ Jim Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (AFP)

ການພົບປະດຳເນີນໄປ ກ່ອນທີ່ຈະດຳເນີນກອງປະຊຸມສາກົນກ່ຽວກັບ ໂຊມາເລຍ ຢູ່ ລອນດອນ ແລະ ແມ່ນການພົບປະຂັ້ນສູງສຸດລະຫວ່າງວົງການເຈົ້າໜ້າທີ່ 2 ປະເທດ ນັບແຕ່ເມື່ອ ອາເມລິກາ ຖະແຫຼງວ່າ ຈະປະກອບອາວຸດໃຫ້ແກ່ກຳລັງຊາວ Kurd ຢູ່ ຊີຣີ ເຊິ່ງເຄີຍຖືກອຳນາດການປົກຄອງ Ankara ຖືວ່າເປັນກຳລັງກໍ່ການຮ້າຍ. ໃນຖະແຫຼງການທີ່ໄດ້ຍົກອອກພາຍຫລັງການພົບປະເປັນເວລາ 30 ນາທີ, ທຳນຽບຫ້າແຈຊີ້ແຈ້ງວ່າ 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາປ້ອງກັນຄວາມໝັ້ນຄົງ 2 ຝ່າຍ. ໂຄສົກທຳນຽບຫ້າແຈ ທ່ານ Dana White ໃຫ້ຮູ້ວ່າ: ທ່ານລັດຖະມົນຕີ Mattis ໄດ້ຢືນຢັນຄືນໃໝ່ ຄຳໝັ້ນສັນຍາຂອງ ອາເມລິກາ ກັບ ຕວກກີ, ພັນທະມິດໜຶ່ງຂອງ ວໍຊິງຕັນ ໃນອົງການ NATO. ທັງ 2 ຝ່າຍໄດ້ຢືນຢັນການສະໜັບສະໜູນສັນຕິພາບ ແລະ ສະຖຽນລະພາບຢູ່ ອີຣັກ ແລະ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ