ອາເມລິກາ ຢາກປຶກສາຫາລືກັບ 5 ປະເທດເຈລະຈາ CPTPP

(VOVWORLD) - 4 ປະເທດທີ່ເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືກ້າວໜ້າ ແລະ ຮອບດ້ານຂ້າມປາຊີຟິກ (CPTPP) ບໍ່ມີບັນດາຂໍ້ຕົກລົງການຄ້າເສລີ ກັບວໍຊິງຕັນ.

ທີ່ບົດລາຍງານປະຈຳປີປະກາດໃນວັນທີ 28 ກຸມພາ, ຫ້ອງການຜູ້ຕາງໜ້າດ້ານການຄ້າ ອາເມລິກາ ຢັ້ງຢືນວ່າ: ທ່ານປະທານາທິບໍດີ Donald Trump ກຽມພ້ອມເລີ່ມເຄື່ອນໄຫວບັນດາການເຈລະຈາການຄ້າກັບ ຍີ່ປຸ່ນ ແລະ 4 ປະເທດທີ່ເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືກ້າວໜ້າ ແລະ ຮອບດ້ານຂ້າມປາຊີຟິກ (CPTPP) ບໍ່ມີບັນດາຂໍ້ຕົກລົງການຄ້າເສລີ ກັບວໍຊິງຕັນ.

        ຕາມນັ້ນແລ້ວ, ໃນປີ 2018, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ຈະສືບຕໍ່ມານະພະຍາຍາມສ້າງບັນດາການພົວພັນການຄ້າທີ່ເຂັ້ມແຂງກ່ວາ, ດີງາມກ່ວາ ແລະ ຍຸຕິທຳກ່ວາກັບ ຍີ່ປຸ່ນ, ຫວຽດນາມ, ມາເລເຊຍ, ນິວຊີແລນ ແລະ ບຣູໄນ.

ຕອບກັບ

ຂ່າວ/ບົດ​ອື່ນ