ອາ​ເມ​ລິ​ກາ ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ກ່ຽວ​ກັບລະ​ບົບ​ສະ​ໜອງ

(VOVWORLD) - ຫວຽດນາມ ແມ່ນຄູ່ຮ່ວມມືນັບມື້ນັບມີຄວາມສຳຄັນສຳລັບ ອາເມລິກາ ແລະ ສວມບົດບາດຫຼັກແຫຼ່ງແກ່ນສານໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງປະເທດນີ້.
ອາ​ເມ​ລິ​ກາ ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ກ່ຽວ​ກັບລະ​ບົບ​ສະ​ໜອງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງລັດຖະມົນຕີການເງິນ ອາເມລິກາ Janet Yelle (ພາບ: TTXVN)

ຕອນບ່າຍວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີການເງິນ ອາເມລິກາ Janet Yelle ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ແລະ ສະໜັບສະໜູນການເພີ່ມທະວີການພົວພັນມິດຕະພາບ, ຮ່ວມມືໃນທຸກຂົງເຂດ, ໃນນັ້ນ ຂົງເຂດການເງິນ ທະນາຄານແມ່ນບຸລິມະສິດສຳຄັນ. ທ່ານກໍສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ຂຸດຄົ້ນຂໍ້ຕົກລົງສະບັບຕ່າງໆ ເຊິ່ງການນຳຂັ້ນສູງສອງປະເທດໄດ້ລົງນາມ; ເພີ່ມທະວີການສົມທົບລະຫວ່າງສອງຝ່າຍໃນການເຊື່ອມຕໍ່ພື້ນຖານເສດຖະກິດ, ຮ່ວມມືດ້ານການຄ້າ, ເພີ່ມກຳລັງຄວາມສາມາດຮັບມືຂອງລະບົບສະໜອງ, ຊຸກຍູ້ວິສາຫະກິດ ອາເມລິກາ ເປີດກວ້າງການລົງທຶນຢູ່ ຫວຽດນາມ.

          ສ່ວນທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືນັບມື້ນັບມີຄວາມສຳຄັນສຳລັບ ອາເມລິກາ ແລະ ສວມບົດບາດຫຼັກແຫຼ່ງແກ່ນສານໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງປະເທດນີ້; ພ້ອມທັງເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນດ້ານການຄ້າ, ການລົງທຶນ, ໜູນຊ່ວຍ ຫວຽດນາມ ໃນວິວັດທະນາການພັດທະນາ ແລະ ຫັນປ່ຽນພື້ນຖານເສດຖະກິດ.  ທ່ານນາງ ໃຫ້ຮູ້ວ່າ ອາເມລິກາ ມີແຜນການຫັນປ່ຽນລະບົບສະໜອງໄປຍັງ ຫວຽດນາມ; ຢາກຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນການຍົກສູງກຳລັງຄວາມສາມາດການຜະລິດ ຈິບ ແລະ ທາດເຄິ່ງຊັກນຳໄຟຟ້າ.

ຕອບກັບ

ຂ່າວ/ບົດ​ອື່ນ