ອາເມລິກາ ລົງໂທດ 33 ສ່ວນບຸກຄົນທີ່ກ່ຽວຂ້ອງເຖິງໂຄງການລູກສອນໄຟແລະນິວເຄຼຍຂອງສປປ.ເກົາຫຼີ

(VOVWORLD) -ວັນທີ 28 ພຶດສະພາ, ລັດຖະບານອາເມລິກາ ໄດ້ຕົກລົງ ລົງໂທດ 33 ສ່ວນບຸກຄົນດ້ວຍໂທດທີ່ວ່າໜູນຊ່ວຍດ້ານການເງິນໃຫ້ແກ່ໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ.
ອາເມລິກາ ລົງໂທດ 33 ສ່ວນບຸກຄົນທີ່ກ່ຽວຂ້ອງເຖິງໂຄງການລູກສອນໄຟແລະນິວເຄຼຍຂອງສປປ.ເກົາຫຼີ - ảnh 1(ພາບປະກອບ: KCNA)

33 ສ່ວນບຸກຄົນທີ່ຖືກລົງໂທດນັ້ນລວມມີ ພົນລະເມືອງສປປ.ເກົາຫຼີ 28 ຄົນ ແລະ ພົນລະເມືອງຈີນ 5 ຄົນ. ບັນດາຄົນເຫຼົ່ານີ້ຖືກກ່າວຫາວ່າໄດ້ສະໜອງເງິນຈຳນວນ 2,5 ຕື້ USD ໃຫ້ແກ່ໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ ຜ່ານເຄືອຂ່າຍ ທົ່ວໂລກທີ່ມີການເຄື່ອນໄຫວຢ່າງປິດລັບ ຈາກບັນດາປະເທດລວມມີ: ຈີນ, ລັດເຊຍ, ລີບີ ແລະ ໄທ.

        ວົງການເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າ, ຂໍ້ຕົກລົງລົງໂທດດັ່ງກ່າວໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງອາເມລິກາ ໃນການສະກັດກັ້ນຄວາມສາມາດຂອງສປປ.ເກົາຫຼີ ທີ່ຊອກຫາວິທີເຂົ້າເຖິງລະບົບການເງິນອາເມລິກາ ຢ່າງຜິດກົດໝາຍ, ພ້ອມທັງຈຳກັດຄວາມສາມາດຂອງສປປ.ເກົາຫຼີ ທີ່ນຳໃຊ້ບັນດາແຫຼ່ງການເງິນທີ່ເກັບມາໄດ້ເພື່ອປັບປຸງໂຄງການອາວຸດລ້າງຜານຜິດກົດໝາຍຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ