ອາ​ເມ​ລິ​ກາ ລົງ​ໂທດ​ເຈົ້າ​ໜ້າ​ທີ່ຫຼາຍ​ທ່ານ​ຂອງ ອາ​ຣັບ​ບີ ຊະ​ອຸ​ດິ

(VOVWORLD) -ກະຊວງການເງິນ ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດ ແນໃສ່ບັນດາເຈົ້າໜ້າທີ່ຂອງ ອາຣັບບີ ຊະອຸດິ ພາຍຫຼັງທີ່ລັດຖະບານ ອາເມລິກາ ປະກາດບົດລາຍງານ ທີ່ຊີ້ໃຫ້ເຫັນວ່າ ບຸກຄົນດັ່ງກ່າວ ມີສ່ວນກ່ຽວຂ້ອງເຖິງຄະດີເຂັ່ນຂ້ານັກຂ່າວ Jamal Khashoggi ເມື່ອປີ 2018.
ອາ​ເມ​ລິ​ກາ ລົງ​ໂທດ​ເຈົ້າ​ໜ້າ​ທີ່ຫຼາຍ​ທ່ານ​ຂອງ ອາ​ຣັບ​ບີ ຊະ​ອຸ​ດິ - ảnh 1ນັກຂ່າວ Jamal Khashoggi (ພາບ: EPA/TTXVN)

ວັນທີ 26 ກຸມພາ, ກະຊວງການເງິນ ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດ ແນໃສ່ບັນດາເຈົ້າໜ້າທີ່ຂອງ ອາຣັບບີ ຊະອຸດິ ພາຍຫຼັງທີ່ລັດຖະບານ ອາເມລິກາ ປະກາດບົດລາຍງານ ທີ່ຊີ້ໃຫ້ເຫັນວ່າ ບຸກຄົນດັ່ງກ່າວ ມີສ່ວນກ່ຽວຂ້ອງເຖິງຄະດີເຂັ່ນຂ້ານັກຂ່າວ Jamal Khashoggi - ເພື່ອນຮ່ວມງານຂອງ ໜັງສືພິມ Washington Post (ອາເມລິກາ) ເມື່ອປີ 2018. ກະຊວງການເງິນ ອາເມລິກາ ຊີ້ແຈ້ງວ່າ ຄຳສັ່ງລົງໂທດດັ່ງກ່າວ ໄດ້ຈັດວາງສຳລັບທ່ານ Ahmad Hassan Mohammed al Asiri - ອະດີດຮອງຫົວໜ້າກົມໃຫຍ່ສືບລາຊະການລັບ ແລະ ກຳລັງປະຕິກິລິຍາໄວ ຂອງ ອາຣັບບີ ຊະອຸດິ (RIF), ພ້ອມດ້ວຍສະມາຊິກຈຳນວນໜຶ່ງຂອງ ອົງການດັ່ງກ່າວ. ຜູ້ທີ່ມີຊື່ໃນບັນຊີລາຍຊື່ຖືກລົງໂທດນັ້ນ ຈະຖືກປິດບັນຊີຢູ່ ອາເມລິກາ ແລະ ບໍ່ໃຫ້ດຳເນີນທຸລະກຳ ແລະ ການຄ້າຂາຍຕ່າງໆຢູ່ປະເທດ ອາເມລິກາ. ແຈ້ງການດັ່ງກ່າວ ກໍຊີ້ແຈ້ງວ່າ ທ່ານ al Asiri ແມ່ນ “ຫົວໂປ” ຂອງຄະດີເຂັ່ນຂ້ານັກຂ່າວ Jamal Khashoggi ໂດຍມີການຊ່ວຍເຫຼືອຂອງສະມາຊິກ RIF ຈຳນວນໜຶ່ງ. ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ກໍໄດ້ປະກາດຄຳສັ່ງຫ້າມເຂົ້າເມືອງ ສຳລັບຊາວ ອາຣັບບິ ຊະອຸດິ 76 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ