ອາ​ເມ​ລິ​ກາ, ລັດ​ເຊຍ ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ​ຈຳ​ນວນ​ໜຶ່ງ

(VOVWORLD) -ທ່ານນາງ ຮອງນາຍົກລັດຖະມົນຕີ ການຕ່າງປະເທດ ອາເມລິກາ Victoria Nuland ຈະມີໜ້າຢູ່ ມົດສະກູ ແຕ່ວັນທີ 11 – 13 ຕຸລາ ຕາມແຜນການ, ທ່ານນາງ ປະຕິບັດການຢ້ຽມຢາມລັດເຊຍ ກົງກັບຈຸດເວລາທີ່ ການພົວພັນດ້ານການເມືອງ ລະຫວ່າງ ລັດເຊຍ - ອາເມລິກາ ມີການຜັນແປທີ່ເຄັ່ງຕຶງ.
ອາ​ເມ​ລິ​ກາ, ລັດ​ເຊຍ ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ​ຈຳ​ນວນ​ໜຶ່ງ - ảnh 1ທ່ານນາງຮອງນາຍົກລັດຖະມົນຕີ ການຕ່າງປະເທດ ອາເມລິກາ Victoria Nuland (ພາບ: AFP/TTXVN)

ວັນທີ 10 ຕຸລາ, ລັດເຊຍ ປະກາດຈະອະນຸຍາດ ໃຫ້ທ່ານນາງຮອງນາຍົກລັດຖະມົນຕີ ການຕ່າງປະເທດ ອາເມລິກາ Victoria Nuland ປະຕິບັດການເດີນທາງມາ ເຈລະຈາ ເຖິງວ່າກ່ອນນັ້ນ ໄດ້ນຳຊື່ຂອງທ່ານນາງເຂົ້າບັນຊີລາຍຊື່ດຳຖືກລົງໂທດ. ການກະທຳດັ່ງກ່າວໄດ້ຍົກອອກມາ ພາຍຫຼັງ ອາເມລິກາ ເຫັນດີເປັນເອກະພາບຍົກເລີກຂໍ້ຈຳກັດທີ່ຄ້າຍຄືກັນ ເຊິ່ງໄດ້ຈັດວາງໃສ່ພົນລະເມືອງລັດເຊຍ ຄົນໜຶ່ງ.

ທ່ານນາງ ຮອງນາຍົກລັດຖະມົນຕີ ການຕ່າງປະເທດ ອາເມລິກາ Victoria Nuland ຈະມີໜ້າຢູ່ ມົດສະກູ ແຕ່ວັນທີ 11 – 13 ຕຸລາ ຕາມແຜນການ, ທ່ານນາງ ປະຕິບັດການຢ້ຽມຢາມລັດເຊຍ ກົງກັບຈຸດເວລາທີ່ ການພົວພັນດ້ານການເມືອງ ລະຫວ່າງ ລັດເຊຍ - ອາເມລິກາ ມີການຜັນແປທີ່ເຄັ່ງຕຶງ. ທ່ານນາງ Victoria Nuland ຈະພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງ ຂອງ ລັດເຊຍ ເພື່ອແນໃສ່ປຶກສາຫາລື ບັນດາບັນຫາສອງຝ່າຍ, ພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ