ອາເມລິກາ - ລັດເຊຍ ສືບຕໍ່ເຈລະຈາຂັ້ນລັດຖະມົນຕີ

ອາເມລິກາ - ລັດເຊຍ ສືບຕໍ່ເຈລະຈາຂັ້ນລັດຖະມົນຕີ - ảnh 1
ອະ​ດີດ​ພາລະ​ກອນ​ອົງ​ການ​ສືບ​ລາຊະການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ (CIA) Edward Snowden
(ພາບປະກອບ)

(vovworld) - ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ເຄັ່ງ​ຕຶງ ​ແລະ ຜິດ​ຖຽງ​ກັນ​ໃນ​ກໍລະນີ​ອະ​ດີດ​ພາລະ​ກອນ​ອົງ​ການ​ສືບ​ລາຊະການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ (CIA) Edward Snowden ຫາ​ກໍ່​ໄດ້​ສະໜອງ​ຮບໜັງສືອາ​ໄສ​ຊົ່ວ​ຄາວ​​ຢູ່ລັດ​ເຊຍໃນ​​ໄລຍະ​ເວລາ 1 ປີ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ຍັງ​ຄົງ​ດຳ​ເນີນ​ການ​ພົບ​ປະ​ຕາມ​ແຜນການ​ໃນ​ອາທິດ​ນີ້. ຄຳ​ເຫັນຂອງ​ໂຄ​ສົກ​ທຳນຽບຂາວ Jen Psaki ​ໃຫ້​ຮູ້​ວ່າ: ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​ແລະ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ Chuck Hagel ຈະ​ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງລັດ​ເຊຍ ​2 ທ່ານແມ່ນ​ທ່ານ Sergey Lavrov ​ແລະ Sergey Shoigu ຢູ່​ວໍ​ຊິງ​ຕັນ​ໃນ​ວັນ​ທີ 9/8. ​ໂຄງການ​ດຳ​ເນີນ​ງານ​​ລວມມີ​ບັນຫາ​ກະກຽມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (ຈີ 20) ຢູ່ St. Petersburg, ບັນດາ​ບັນຫາ 2 ຝ່າ​ຍຄື​ສັນຍາ​ຫລຸດຜ່ອນ​ອາວຸດ​ນິວ​ເຄຼຍ​ໃໝ່, ກໍ່​ຄື​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ຢຸດຕິ​ເສີກ​ກາງ​ເມືອງ​ທີ່​ນອງ​ເລືອດ​ຢູ່ ຊີຣີ, ບັນຫາ ອາບ​ກາ​ນິດ​ສະຖານ ​ແລະ ​ໂຄງການ​ນິວ​ເຄຼຍຂອງ ອີຣານ. ​ເລື່ອງ ລັດ​ເຊຍ ສະໜອງໜັງສື​ອຳ​ນຸຍາດ​ໃຫ້ອະ​ດີດ​ພາລະ​ກອນ​ອົງ​ການ​ສືບ​ລາຊະການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ Edward Snowden ​ໃໄດ້ອາໄສຊົ່ວຄາວຢູ່ລັດເຊຍນ​ເວລາ 1 ປີ​ກໍ່​ຈະ​ຖືກ​ນຳ​ມາ​ປຶກສາ​ຫາລື​ທີ່​ການ​ພົບ​ປະ​ນີ້.

ຂ່າວ/ບົດ​ອື່ນ