ອາເມລິກາ ລະນຶກ 18 ປີເຫດບຸກໂຈມຕີກໍ່ການຮ້າຍວັນທີ 11 ກັນຍາ

(VOVWORLD) - ທ່ານປະທານາທິບໍດີ Donald Trump ໄດ້ຍ້ອງຍໍຊົມເຊີຍບັນດາຜູ້ທີ່ເຂົ້າຮ່ວມວຽກງານກູ້ໄພກູ້ຊີບ ແລະ ສະແດງຄວາມເຫັນໃຈກັບຄອບຄົວບັນດາຜູ້ປະສົບເຄາະຮ້າຍ ແລະ ຖະແຫຼງວ່າ ຈະໂຕ້ຕອບບໍ່ວ່າໄພນາບຂູ່ໃດທີ່ມີຕໍ່ປະເທດ ອາເມລິກາ ດ້ວຍກຳລັງແຮງຂອງກອງທັບ ອາເມລິກາ ທັງໝົດ.

ວັນທີ 11 ກັນຍາ, ບັນດາສະຖານທີ່ໃນທົ່ວປະເທດ ອາເມລິກາ ໄດ້ຈັດຕັ້ງບັນດາການເຄື່ອນໄຫວລະນຶກ 18 ປີ ນັບແຕ່ເມື່ອເກີດການບຸກໂຈມຕີນອງເລືອດຂອງພວກກໍ່ການຮ້າຍທີ່ແນໃສ່ບັນດາເປົ້າໝາຍ ເຊິ່ງເລີ່ມຕົ້ນແມ່ນການບຸກໂຈມຕີຂອງເຮືອບິນໂດຍສານໃຫຍ່ 2 ລຳໄດ້ຕຳໃສ່ຕຶກແຝດສູນການຄ້າໂລກ (WTC) ຢູ່ນະຄອນ ນິວຢອກ ເຮັດໃຫ້ 3.000 ຄົນເສຍຊີວິດ ແລະ 6.000 ຄົນຮັບບາດເຈັບ.

ອາເມລິກາ ລະນຶກ 18 ປີເຫດບຸກໂຈມຕີກໍ່ການຮ້າຍວັນທີ 11 ກັນຍາ - ảnh 1ການບຸກໂຈມຕີຂອງເຮືອບິນໂດຍສານໃຫຍ່ 2 ລຳໄດ້ຕຳໃສ່ຕຶກແຝດສູນການຄ້າໂລກ (WTC) ຢູ່ນະຄອນ ນິວຢອກ (ພາບ: AFP)

        ຢູ່ ນິວຢອກ, ພິທີອາໄລຫາໄດ້ດຳເນີນຢູ່ອະນຸສາວະລີ ແລະ ຫໍພິພິທະພັນ 11/09 ເຊິ່ງໄດ້ກໍ່ສ້າງຢູ່ເຂດຕຶກແຝດຖືກພັງທະລາຍລົງ. ຢູ່ນະຄອນຫລວງ ວໍຊິງຕັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ພັນລະຍາ Melania Trump ໄດ້ເຂົ້າຮ່ວມພິທີອາໄລຫາຢູ່ທຳນຽບຂາວ. ຫລັງຈາກນັ້ນ, ທ່ານ Donald Trump ກໍ່ເຂົ້າຮ່ວມພິທີອາໄລຫາຢູ່ທຳນຽບຫ້າແຈ, ແມ່ນໜຶ່ງໃນບັນດາເປົ້າໝາຍຂອງບັນດາເຫດບຸກໂຈມຕີກໍ່ການຮ້າຍໃນວັນທີ 11 ກັນຍາ 2001. ກ່າວຄຳເຫັນນະທີ່ນີ້, ທ່ານປະທານາທິບໍດີ Donald Trump ໄດ້ຍ້ອງຍໍຊົມເຊີຍບັນດາຜູ້ທີ່ເຂົ້າຮ່ວມວຽກງານກູ້ໄພກູ້ຊີບ ແລະ ສະແດງຄວາມເຫັນໃຈກັບຄອບຄົວບັນດາຜູ້ປະສົບເຄາະຮ້າຍ ແລະ ຖະແຫຼງວ່າ ຈະໂຕ້ຕອບບໍ່ວ່າໄພນາບຂູ່ໃດທີ່ມີຕໍ່ປະເທດ ອາເມລິກາ ດ້ວຍກຳລັງແຮງຂອງກອງທັບ ອາເມລິກາ ທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ