ອາເມລິກາ, ສ. ເກົາຫຼີ ເລີ່ມດຳເນີນການຊ້ອມຮົບ “ຜູ້ປົກປັກຮັກສາຄວາມເສລີ Ulchi”

(VOVWORLD) - ຕອນເຊົ້າວັນທີ 21 ສິງຫາ, ສ. ເກົາຫຼີ ແລະ ອາເມລິກາ ໄດ້ເລີ່ມດຳເນີນການຊ້ອມຮົບ ຮ່ວມ ດ້ວຍການເຂົ້າຮ່ວມຂອງທະຫານ 2 ປະເທດນັບໝື່ນຄົນ. 
ອາເມລິກາ, ສ. ເກົາຫຼີ ເລີ່ມດຳເນີນການຊ້ອມຮົບ “ຜູ້ປົກປັກຮັກສາຄວາມເສລີ Ulchi” - ảnh 1 ບັນດາເຮືອບິນໃນການຊ້ອມຮົບ

ການຊ້ອນຮົບແກ່ຍາວເປັນເວລາ 10 ວັນ ທີ່ມີຊື່ວ່າ: “ຜູ້ປົກປັກຮັກສາຄວາມເສລີ Ulchi” (UFG) ແມ່ນການຊ້ອມຮົບປະຈຳປີລະຫວ່າງ ອາເມລິກາ - ສ. ເກົາຫຼີ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງຂອງ ສ ເກົາຫຼີ. ການຊ້ອມຮົບມີການເຂົ້າຮ່ວມຂອງທະຫານ ສ. ເກົາຫຼີ ປະມານ 50.000 ຄົນ ແລະ ທະຫານອາເມລິກາ 17.500 ຄົນ, ໃນນັ້ນມີທະຫານ ອາເມລິກາ ປະມານ 3.000 ຄົນເຂົ້າຮ່ວມການຊ້ອມຮົບໂດຍກົງ. ອາເມລິກາ ແລະ ສ. ເກົາຫຼີ ຢືນຢັນວ່າ ການຊ້ອມຮົບຮ່ວມນີ້ມີລັກສະນະປ້ອງກັນຕົວ, ເຖິງຢ່າງໃດກໍ່ຕາມແຕ່ດົນນານມາແລ້ວ ສປປ ເກົາຫຼີ ໄດ້ກ່າວປະນາມວ່ານີ້ແມ່ນການຝຶກແອບເພື່ອສົງຄາມນິວເຄຼຍ ຕ້ານ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ