ອາເມລິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ ຢັ້ງຢືນຄືນໃໝ່ການຮ່ວມມືມຸ່ງໄປເຖິງການປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສົມບູນ

(VOVWORLD) - ການພົບປະຫວ່າງມໍ່ໆມານີ້ລະຫວ່າງທ່ານປະທານ ສປປ ເກົາຫຼີ Kim Jong – un ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin. 3 ຝ່າຍຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການສົມທົບ 3 ຝ່າຍຕາມຄຳໝັ້ນສັນຍາພ້ອມກັນປຶກສາຫາລືລະຫວ່າງ 3 ປະເທດ.
ອາເມລິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ ຢັ້ງຢືນຄືນໃໝ່ການຮ່ວມມືມຸ່ງໄປເຖິງການປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສົມບູນ - ảnh 1 ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ (ພາບ:Reuters)
ວັນທີ 14 ກັນຍາ, ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ດຳເນີນການໂອ້ລົມທາງໂທລະສັບ 3 ຝ່າຍກັບທ່ານ Akiba Takeo, ເລຂາທິການໃຫຍ່ ຄະນະປ້ອງກັນຄວາມໝັ້ນຄົງແຫ່ງຊາດ ຍີ່ປຸ່ນ ແລະ ທ່ານ Cho Tae -yong, ຜູ້ອຳນວຍການຫ້ອງວ່າການປ້ອງກັນຄວາມໝັ້ນຄົງແຫ່ງຊາດ ສ ເກົາຫຼີ. 3 ຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບ ສປປ ເກົາຫຼີ ລວມມີ: ການພົບປະຫວ່າງມໍ່ໆມານີ້ລະຫວ່າງທ່ານປະທານ ສປປ ເກົາຫຼີ Kim Jong – un ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin. 3 ຝ່າຍຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການສົມທົບ 3 ຝ່າຍຕາມຄຳໝັ້ນສັນຍາພ້ອມກັນປຶກສາຫາລືລະຫວ່າງ 3 ປະເທດ. ຜູ້ຕາງໜ້າ 3 ປະເທດໄດ້ເຫັນດີເປັນເອກະພາບ ທັດສະນະທີ່ວ່າ: ທຸກໆການກະທຳຜະລິດອາວຸດຈາກ ສປປ ເກົາຫຼີ ໄປຍັງ ລັດເຊຍ ຈະແມ່ນການລະເມີດໂດຍກົງບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ເຊິ່ງລວມມີ ບັນດາມະຕິ ທີ່ ລັດເຊຍ ເຄີຍປ່ອນບັດຮັບຮອງເອົາ. ບັນດາຝ່າຍກໍ່ຢັ້ງຢືນຄືນໃໝ່ການຮ່ວມມືມຸ່ງໄປເຖິງການປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ