ອາ​ເມ​ລິ​ກາ ສົ່ງ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຂອງ Moderna ຈຳ​ນວນ 2 ລ້ານ​ໂດ​ສ ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ວັນທີ 06 ກໍລະກົດ, ທຳນຽບຂາວ ໃຫ້ຮູ້ວ່າ ອາເມລິກາ ເລີ່ມສົ່ງວັກຊິນກັນພະຍາດໂຄວິດ - 19 ຂອງ Moderna ຈຳນວນ 2 ລ້ານໂດສ ໃຫ້ແກ່ ຫວຽດນາມ.
ອາ​ເມ​ລິ​ກາ ສົ່ງ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຂອງ Moderna ຈຳ​ນວນ 2 ລ້ານ​ໂດ​ສ ໃຫ້​ແກ່ ຫວຽດ​ນາມ - ảnh 1ວັກຊິນກັນພະຍາດໂຄວິດ - 19 ຂອງ Moderna (ພາບ: AFP/TTXVN)

ຈຳນວນວັກຊິນດັ່ງກ່າວແມ່ນສ່ວນໜຶ່ງຂອງຈຳນວນວັກຊິນ ເຊິ່ງ ອາເມລິກາ ຈະສົ່ງໃຫ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນສ່ວນໜຶ່ງຂອງວັກຊິນງວດທຳອິດລວມມີ 80 ລ້ານໂດສ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍໃຫ້ແກ່ບັນດາປະເທດໃນໂລກ. ງວດວັກຊິນທີ່ສົ່ງເຖິງ ຫວຽດນາມ ແມ່ນໄດ້ຈັດແບ່ງຜ່ານໂຄງການ COVAX ຂອງອົງການອະນາໄມໂລກ (WHO) ດ້ວຍເປົ້າໝາຍແມ່ນ ຮັບປະກັນຄວາມຍຸຕິທຳໃນການສັກວັກຊິນທົ່ວໂລກ, ດັບມອດໂລກລະບາດໃນທົ່ວທຸກແຖບຖິ່ນ. ຄາດວ່າ, ຈຳນວນວັກຊິນດັ່ງກ່າວ ຈະສົ່ງມາຮອດ ຫວຽດນາມ ໃນທ້າຍອາທິດນີ້.

        ນອກຈາກ ຫວຽດນາມ ແລ້ວ, ອາເມລິກາ ກໍຈະສົ່ງວັກຊິນຈຳນວນ 1 ລ້ານໂດສ ໃຫ້ແກ່ ມາເລເຊຍ ໃນວັນທີ 5 ກໍລະກົດ ແລະ ຈະສົ່ງ 4 ລ້ານໂດສ ໃຫ້ແກ່ ອິນໂດເນເຊຍ ໂດຍໄວ. ຄາດວ່າ ບັນດາປະເທດອື່ນໃນພາກພື້ນ ລວມມີີ ກຳປູເຈຍ, ລາວ, ປາປົວ ນິວກີເນ, ຟີລິບປິນ ແລະ ໄທ ກໍ່ຈະໄດ້ຮັບວັກຊິນຂອງ ອາເມລິກາ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ