ອາເມລິກາ ສືບຕໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ

(VOVWORLD) - ນັບແຕ່ວັນທີ 29 ພະຈິກ - 01 ທັນວາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໂດຍທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງ ວໍຊິງຕັນ, ອາເມລິກາ.

ວັນທີ 30 ພະຈິກ, ທີ່ການພົບປະກັບ ທ່ານ Ted Yoho, ສະມາຊິກສະພາຕ່ຳ, ປະທານອະນຸກຳມະການ ອາຊີ - ປາຊີຟິກ, ກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ. ທ່ານນາງ ເຈືອງທິມາຍ ໄດ້ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບ ອາເມລິກາ ບົນພື້ນຖານເຄົາລົບ ແລະ ເສີມຂະຫຍາຍຂອບເຂດການພົວພັນ 2 ປະເທດ ທີ່ໄດ້ສ້າງຂຶ້ນຈາກບັນດາການຢ້ຽມຢາມຂັ້ນສູງໃນໄລຍະມໍ່ໆມານີ້.

        ສ່ວນທ່ານສະມາຊິກສະພາຕ່ຳ  Ted Yoho ໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ພ້ອມແລ້ວທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານກັບ ຫວຽດນາມ, ສົມທົບກັບ ຫວຽດນາມ ແກ້ໄຂບັນດາສິ່ງຕິດຂັດທີ່ຍັງຄົງຄ້າງໃນການພົວພັນ 2 ຝ່າຍຢ່າງສົມເຫດສົມຜົນ. ທ່ານ Ted Yoho ເນັ້ນໜັກວ່າ: ອາເມລິກາ ສືບຕໍ່ຖືເປັນສຳຄັນທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ແລະ ອາຊຽນ, ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ