ອາ​ເມ​ລິ​ກາ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ຄົງ​ຕົວ​ທັງ​ສອງ​ລັດ ໃຫ້​ແກ່​ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ

(VOVWORLD) -        ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພວມປະຕິບັດການຢ້ຽມຢາມພາກພື້ນຕາເວັນອອກກາງ, ດ້ວຍຄວາມມານະພະຍາຍາມຊຸກຍູ້ການເຊື່ອມຕໍ່ການເຈລະຈາ ແລະ ຊອກຫາມາດຕະການສ້າງສັນຕິພາບແກ່ການປະທະກັນ ທີ່ແກ່ຍາວໃນຫຼາຍທົດສະວັດຜ່ານມາລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ.
ອາ​ເມ​ລິ​ກາ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ຄົງ​ຕົວ​ທັງ​ສອງ​ລັດ ໃຫ້​ແກ່​ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ:  AFP/TTXVN)

ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ທ່ານເດີນທາງໄປຍັງ ພາກພື້ນຕາເວັນອອກກາງ ແມ່ນເພື່ອແນໃສ່ປະຕິບັດ 4 ເປົ້າໝາຍພື້ນຖານ.

        “ທີໜຶ່ງແມ່ນ ເພື່ອພິສູດຄຳໝັ້ນສັນຍາຂອງ ອາເມລິກາ ທີ່ມີຕໍ່ຄວາມສະຫງົບຂອງ ອິດສະຣາແອັນ. ທີສອງແມ່ນ, ເລີ່ມມຸ່ງໄປສູ່ການສ້າງສະຖຽນລະພາບໃຫ້ດີກວ່າອີກ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ແລະ ເຢຣູຊາແລມ. ທີສາມແມ່ນ ເພື່ອການຊ່ວຍເຫຼືອມະນຸດສະທຳໂດຍດ່ວນ ແລະ ຊ່ວຍສ້າງເຂດ Gaza ຄືນໃໝ່, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ປາແລັດສະຕິນ. ທີສີ່ແມ່ນ ເພື່ອສືບຕໍ່ສ້າງສາຍພົວພັນຂອງ ອາເມລິກາ ທີ່ມີຕໍ່ປະຊາຊົນ ແລະ ລັດຖະບານ ປາແລັດສະຕິນ.”

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນຄືນວ່າ ລັດຖະບານຂອງ ປະທານາທິບໍດີ Joe Biden  ຈະສືບຕໍ່ສະໜັບສະໜູນຕໍ່ມາດຕະການຄົງຕົວທັງສອງລັດ ແນໃສ່ແກ້ໄຂການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ, ຖ້າຫາກວ່າ ຕອບສະໜອງໄດ້ບັນດາເງື່ອນໄຂທີ່ເໝາະສົມ. ພ້ອມກັນນັ້ນ, ທ່ານ Antony Blinken ກໍແຈ້ງໃຫ້ຊາບວ່າ ທຳນຽບຂາວ ຈະສະເໜີຕໍ່ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາບ້ວງເງິນໜູນຊ່ວຍເສດຖະກິດ ແລະ ພັດທະນາ ມີມູນຄ່າ 75 ລ້ານ USD ໃຫ້ແກ່ຊາວ ປາແລັດສະຕິນ ເພື່ອແນໃສ່ຊຸກຍູ້ຄຳສັ່ງຢຸດຍິງ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ