ອາເມລິກາ ສືບຕໍ່ຮຽກຮ້ອງໃຫ້ບັນດາປະເທດເຂດອ່າວເປີເຊຍ ແກ້ໄຂວິກິດການດ້ານການທູດ

(VOVWORLD) - ວັນທີ 14 ກັນຍາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຢ້ຳຄືນຄຳຮຽກຮ້ອງໃຫ້ບັນດາປະເທດເຂດອ່າວເປີເຊຍ ແກ້ໄຂວິກິດການດ້ານການທູດທີ່ແກ່ຍາວມາເປັນເວລາ 3 ປີຜ່ານມາແລ້ວ. 
ອາເມລິກາ ສືບຕໍ່ຮຽກຮ້ອງໃຫ້ບັນດາປະເທດເຂດອ່າວເປີເຊຍ ແກ້ໄຂວິກິດການດ້ານການທູດ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo (ພາບ: AFP/TTXVN)

  ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ກ່າວວ່າ “ຮອດຈຸດເວລາທີ່ຈະຊອກຫາມາດຕະການແກ້ໄຂການແບ່ງແຍກຢູ່ເຂດອ່າວເປີເຊຍ” ພາຍຫລັງຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ກາຕາ ເຂົ້າຮ່ວມການເຈລະຈາຍຸດທະສາດປະຈຳປີ ອາເມລິກາ - ກາຕາ ຢູ່ກະຊວງການຕ່າງປະເທດ ອາເມລິກາ. ຕາມທ່ານລັດຖະມົນຕີ Pompeo ແລ້ວ, ອຳນາດການປົກຄອງທ່ານປະທານາທິບໍດີ Donald Trump ປາດຖະໜາຢາກຄວາມເຄັ່ງຕຶງດັ່ງກ່າວ ໄດ້ຮັບການແກ້ໄຂ ແລະ ເປີດນ່ານຟ້າ, ຊາຍແດນທາງບົກຂອງ ກາຕາ ຄືນໃໝ່ ເຊິ່ງປະຈິບັນພວມຖືກບັນດາປະເທດເຂດອ່າວເປີເຊຍປິດລ້ອມ.

        ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເຣັດ, ບາເຣັນ ແລະ ອີຢິບ ໄດ້ຕັດການພົວພັນທາງການທູດ ແລະ ເສດຖະກິດກັບ ກາຕາ ນັບແຕ່ເດືອນ ມິຖຸນາ 2017 ດ້ວຍຄຳກ່າວຫາທີ່ວ່າ ໂດຮາ ສະໜັບສະໜູນການກໍ່ການຮ້າຍ, ເຊິ່ງແມ່ນສິ່ງທີ່ ກາຕາ ຍາມໃດກໍ່ປະຕິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ