ອາເມລິກາ: ສປປ.ເກົາຫຼີ ນຳລູກສອນໄຟ Musudan 2 ລູກອອກຈາກສະໜາມຍິງ

ອາເມລິກາ: ສປປ.ເກົາຫຼີ ນຳລູກສອນໄຟ Musudan 2 ລູກອອກຈາກສະໜາມຍິງ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 06/05, ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ສປປ.​ເກົາຫຼີ ​ໄດ້​ຍົກ​ຍ້າຍ​ລູກ​ສອນ​ໄຟ​ໄລຍະ​ກາງ 2 ລູກອອກ​ຈາກ​ສະໜາມ​ຍິງ​ຢູ່​ຝັ່ງ​ທະ​ເລ​ຕາ​ເວັນ​ອອກຂອງ​ປະ​ເທດ​ນີ້. ນີ້ໄດ້ຖືກ​ຖື​ວ່າ​ແມ່ນ​ສັນຍານ​ຊີ້​ໃຫ້​ເຫັນ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີພວມ​ຄ່ອຍໆ​ຫລຸດ​ລົງ​, ພາຍຫຼັງ​ປະກົດຄວາມ​ວິຕົກ​ກັງ​ວົນ​ທີ່ວ່າ ພຽງ​ຢາງ​ ຈະ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ. ຕາມວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ​ແລ້ວ, ການ​ກະທຳ​ດັ່ງກ່າວ​ຂອງ ສປປ.​ເກົາຫຼີ ມີ​ຄວາມ​ໝາຍວ່າ ​ໃນ​ຕໍ່​ໜ້າ​ຈະ​ບໍ່​ມີ​ໄພ​ເກີດ​ການ​ຍິງ​ລູກ​ສອນ​ໄຟ​ອີກ ​ແລະ ພຽງ​ຢາງ ຈະ​ຕ້ອງມີ​ບາດກ້າວ​ກະກຽ​ມກ່ອນ​ທີ່​ຟື້ນ​ຟູ​ຄວາມ​ສາມາດ​ຍິງ​ລູກ​ສອນ​ໄຟ. ວໍ​ຊິງ​ເຕັນ ກໍ​ປະຕິ​ເສດຄວາມ​ສາມາດ​ທີ່ວ່າ​ລູກ​ສອນ​ໄຟ Musudan 2 ລູກຖືກຍົກຍ້າຍເຖິງສະໜາມຍິງສຳຮອງ.
ຂ່າວ/ບົດ​ອື່ນ