ອາເມລິກາ: ສະມາຊິກສະພາສູງ B.Sanders ຖະແຫຼງຈະເຈົ້າຮ່ວມການອອກສະໜັກເລືອກຕັ້ງເປັນປະທານາທິບໍດີຄືນໃໝ່

(VOVWORLD) -ທ່ານສະມາຊິກສະພາສູງພັກປະຊາທິປະໄຕ Bernie Sanders ຂອງລັດ Vermont ຖະແຫຼງຢ່າງເປັນທາງການວ່າ ຈະຫາສຽງເລືອກຄັ້ງເປັນປະທານາທິບໍດີໃນການເລືອກຕັ້ງຖືກດຳເນີນໃນປີ 2020.

ອາເມລິກາ: ສະມາຊິກສະພາສູງ B.Sanders ຖະແຫຼງຈະເຈົ້າຮ່ວມການອອກສະໜັກເລືອກຕັ້ງເປັນປະທານາທິບໍດີຄືນໃໝ່ - ảnh 1 ທ່ານສະມາຊິກສະພາສູງພັກປະຊາທິປະໄຕ Bernie Sanders

(ພາບ: Reuters)

ນັກການເມືອງອາຍຸ 77 ປີນີ້ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນການຕອບສຳພາດທາງວິທະຍຸຢູ່ບ້ານເກີດຂອງຕົນ. ກ່າວຄຳເຫັນທາງວິທະຍຸ Vermont, ທ່ານ Sanders ຊີ້ແຈ້ງວ່າ: “ຂ້າພະເຈົ້າປາດຖະໜາວ່າ ປະຊາຊົນທີ່ດຳລົງຊີວິດຢູ່ລັດ Vermont ແມ່ນຜູ້ທຳອິດໄດ້ຮູ້ຂ່າວ”. ໃນບົດກ່າວປາໄສ, ທ່ານສະມາຊິກລັດຖະສະພາ Sanders ກໍ່ວາງອອກແຜນການດຳເນີນການຫາສຽງເລືອກຕັ້ງໃນໄລຍະຈະມາເຖິງ, ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະນຳບັນດາຄຸນຄ່າເຊິ່ງປະຊາຊົນຢູ່ລັດ Vermont ມີຄວາມເອກອ້າງຖະນົງໃຈ ແຜ່ຂະຫຍາຍໄປທົ່ວປະເທດອາເມລິກາ, ນັ້ນແມ່ນຄວາມເຊື່ອໝັ້ນຕໍ່ຍຸຕິທຳ, ຄວາມເຊື່ອໝັ້ນຕໍ່ປະຊາຄົມ ແລະ ພື້ນຖານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ