ອາເມລິກາ ສະເໜີ ເຈລະຈາ ກັບ ລັດເຊຍ ກ່ຽວກັບການຄວບຄຸມອາວຸດ

(VOVWORLD) -ໃນການເຈລະຈາຄັ້ງຕ່າງໆ ກໍຈະລວມທັງທັງບັນດາຄວາມບໍ່ລົງລອຍກັນ ທີ່ປິ່ນອ້ອມສົນທິສັນຍາບັນດາກໍາລັງນິວເຄຼຍ ໄລຍະກາງ (INF)

  ວັນທີ 24 ມັງກອນ,ເຈົ້າໜ້າທີ່ຂັ້ນສູງຂອງ ກະຊວງການຕ່າງປະເທດ ອາເມລິກາ ຢ້ັງຢືນວ່າ ປະເທດນີ້ ໄດ້ສະເໜີ ຈັດຕັ້ງບັນດາການເຈລະຈາກັບ ລັດເຊຍ ກ່ຽວກັບບັນຫາຄວບຄຸມອາວຸດ ຢູ່ນອກກອງປະຊຸມ ຂອງ ສະຫະປະຊາຊາດ ຢູ່ ປັກກິ່ງ ໃນອາທິດໜ້າ. ທ່ານນາງ Andrea Thompson ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບກ່່ຽວກັບບັນຫາຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ ໃຫ້ຮູ້ວ່າ ໃນການເຈລະຈາຄັ້ງຕ່າງໆ ກໍຈະລວມທັງທັງບັນດາຄວາມບໍ່ລົງລອຍກັນ ທີ່ປິ່ນອ້ອມສົນທິສັນຍາບັນດາກໍາລັງນິວເຄຼຍ ໄລຍະກາງ (INF).  ເຈົ້າໜ້າທີ່ຄົນດັ່ງກ່າວ ຢັ້ງຢືນວ່າ ອາເມລິກາ ໄດ້ສົ່ງຄໍາສະເໜີໄປຍັງ ລັດເຊຍ ກ່ຽວກັບການຜັນຂະຫຍາຍການກວດກາໄລຍະຍິງຂອງລູກສອນໄຟປະເພດດັ່ງກ່າວ ແຕ່ລັດເຊຍ ພັດບໍ່ສະໜັບສະໜູນແຜນການນີ້. ທ່ານນາງເນັ້ນໜັກວ່າ ລັດເຊຍ ຈະບໍ່ໄປປະຕິບັດສົນທິສັນຍານັ້ນ ອາເມລິກາ ຈະປະຕິບັດຄໍາຖະແຫຼງທີ່ວ່າ ໂຈະການປະຕິບັດສົນທິສັນຍາ ໃນກໍານົດເວລາສຸດທ້າຍ ແມ່ນວັນທີ 02 ກຸມພາ ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ