ອາເມລິກາ ສະເໜີບົດຕີລາຄາປະຈຳປີກ່ຽວກັບບັນດາການນາບຂູ່ທົ່ວໂລກ

ອາເມລິກາ ສະເໜີບົດຕີລາຄາປະຈຳປີກ່ຽວກັບບັນດາການນາບຂູ່ທົ່ວໂລກ - ảnh 1
( ພາບຈາກອີນເຕີແນດ )

( vov world )     ວັນ​ທີ 1 ກຸມພາ, ຜູ້ອຳ​ໜ່ວຍ​ການ​ໃຫຍ່​ອົງການ​ສືບລາຊະການ​ລັບ​ແຫ່ງ​ສະຫະລັດ ອາ​ເມ​ລິ​ກາ James Clapper ​ໄດ້​ສະ​ເໜີ​ບົດ​ຕີ​ລາຄາ​ປະຈຳ​ປີ​ກ່ຽວ​ກັບ​ບັນດາ​ການ​ນາບ​ຂູ່​ທົ່ວ​​ໂລກ​ຕໍ່​ສະມາຊິກ​ສະພາ​ ອາ​ເມ​ລິ​ກາ. ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ແລ້ວ, ຈຸດ​ພົ້ນ​ເດັ່ນ​ຂອງ​ບົດ​ຕີ​ລາຄາ​ແມ່ນ ອີຣານ ສາມາດ​ສືບ​ຕໍ່​ພັດທະນາ​ອາວຸດ​ນິວ​ເຄຼຍ, ເຖິງ​ວ່າ​ອອ່ນ​ເພຍ​ລົງ​ແລ້ວແຕ່ອົງການ Al Qaeda ​ຍັງ​​ເປັນຕະລາຍ​ຢູ່. ການ​ນາບ​ຂູ່​​ຕໍ່ຄວາມ​ສະຫງົບ​ປອດ​ໄພໃຫຍ່​ສຸດ​ເຊິ່ງອົງການ​ສືບ​ລາຊະການ​ລັບ​ຂອງ ອາ​ເມ​ລິ​ກາ ​ໃຫ້​ຂໍ້​ສັງ​ເກັດ ​ໃນ​ປີ 2012 ນີ້​ແມ່ນ ອີຣານ. ບັນດາ​ອົງການ​ສືບ​ລາຊະການ​ລັບ​ຂອງ ອາ​ເມ​ລິ​ກາ ຍັງ​ຖື​ວ່າ ປະຈຸ​ບັນ​ການ​ນຳຕ່າງໆ​ຂອງ ອີຣານ ໄດ້​ກຽມພ້ອມ​ໃຫ້​ແກ່​ການດຳ​ເນີນການ​ບຸກ​ໂຈມ​ຕີ​ແນ​ໃສ່ ອາ​ເມ​ລິ​ກາ ຖ້າ​ຫາກ​ເຂົ້າ​ເຈົ້າ​ເຫັນ​ວ່າການ​ກະທຳ​ຂອງ ອາ​ເມ​ລິ​ກາ ນາບ​ຂູ່ຕໍ່​ລະບອບ​ຂອງ ອີຣານ. ທ່ານ James Clapper ​ໄດ້​ຖື​ວ່າ ອາ​ເມ​ລິ​ກາ​ ຄວນ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​​ໂທດ​ດ້ານ​ເສດຖະກິດ​ທີ່​ຮ້າຍ​ແຮງ​ກ່ວາ​ອີກ​​ຕໍ່​ກັບ​ ອີຣານ.

        ກ່ຽວ​ກັບ​ບັນຫາ ອາບ​ກາ​ນິດ​ສຖານ, ທ່ານ James Clapper ​ໄດ້​ຖື​ວ່າ, ​ເຖິງ​ແມ່ນ​ວ່າ​ກຳລັງ Taliban ​ເປັນ​ສັດຕູ​ຂອງ ອາ​ເມ​ລິ​ກາ, ​​ແຕ່​ຕາມ​ທ່ານ James ​ແລ້ວ ການ​ດຳ​ເນີນ​ການ​ພົບ​ປະ​ທາງ​ການ​ທູດ, ຊອກ​ຫາ​ການ​ສົນທະນາ​ຫາລື​ກັບ Taliban ຈະເປັນ​ສ່ວນ​ໜື່ງຂອງ​ວິທີ​​ການແກ້​​ໄຂ​ລວມ​ໃຫ້​ແກ່​ສະພາບ​ການ​ຢູ່ ອາບ​ກາ​ນິດ​ສຖານ .
ຂ່າວ/ບົດ​ອື່ນ