ອາ​ເມ​ລິ​ກາ​ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ ເລື​່ອງ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຕອນບ່າຍວັນທີ 12 ຕຸລາ, ທ່ານ Daniel Kritenbrink ຜູ້ຊ່ວຍວຽກ ລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ມີການພົບປະກັບນັກຂ່າວ ຫວຽດນາມ. 
ອາ​ເມ​ລິ​ກາ​ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ ເລື​່ອງ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ - ảnh 1ທ່ານ Daniel Kritenbrink ຜູ້ຊ່ວຍວຽກ ລັດຖະມົນຕີການຕ່າງປະເທດ ອາເມລິກາ ພົບປະກັບນັກຂ່າວ ຫວຽດນາມ (ພາບ: ສະຖານທູດຫວຽດນາມ ປະຈຳອາເມລິກາ  )

ນະທີ່ນີ້, ທ່ານ Daniel Kritenbrink ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ທ່ານກ່າວວ່າ:

        ພວກຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ. ພວກຂ້າພະເຈົ້າລໍຖ້າ ແລະ ຫວັງວ່າ ໃນຖານະເປັນສະມາຊິກສຳຄັນຂອງສະພາສິດທິມະນຸດ, ຫວຽດນາມ ຈະຮ່ວມມືກັບພວກຂ້າພະເຈົ້າໃນການຊຸກຍູ້ສິດທິມະນຸດ. ໂດຍແມ່ນສະມາຊິກຂອງປະຊາຄົມສາກົນ, ພວກຂ້າພະເຈົ້າລໍຖ້າເບິ່ງວ່າ ຫວຽດນາມ ຈະປະຕິບັດພັນທະທັງໝົດກ່ຽວກັບສິດທິມະນຸດ ຄືໄດ້ໃຫ້ໃນຄຳໝັ້ນສັນຍາ. ພວກຂ້າພະເຈົ້າກໍ່ຫວັງວ່າ ຫວຽດນາມ ຈະແມ່ນຄູ່ຮ່ວມມືຂອງ ອາເມລິກາ ໃນການແກ້ໄຂບັນດາສິ່ງທ້າທາຍຢ່າງຮ້າຍແຮງກ່ຽວກັບສິດທິມະນຸດ ໃນໂລກ. ຂ້າພະເຈົ້າກໍ່ໄດ້ມີໂອກາດແລກປ່ຽນກ່ຽວກັບບັນດາບັນຫາ ສິດທິມະນຸດ ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ບົນຈິດໃຈກົງໄປກົງມາ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ. ພວກຂ້າພະເຈົ້າກໍ່ລໍຄອຍການໂອ້ລົມສົນທະນາລະຫວ່າງ ອາເມລິກາ ແລະ ຫວຽດນາມ ທີ່ຈະດຳເນີນໃນເດືອນຕໍ່ໄປ.

ຢູ່ໃນການພົບປະກັບນັກຂ່າວ,ເມື່ອແບ່ງປັນກ່ຽວກັບກ່ຽວກັບຜົນງານຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper ໃຫ້ຮູ້ວ່າ, ໃນ 9 ເດືອນຜ່ານມາ, ທ່ານໄດ້ເຂົ້າຮ່ວມລົງຕົວຈິງພິເສດຢູ່ ຫວຽດນາມ. ທ່ານເອງກໍ່ຮູ້ສຶກໄດ້ຕໍ່ການຜັນປ່ຽນຢ່າງຈະແຈ້ງໃນການດຳລົງຊີວິດ ແລະ ການຫາເງິນລ້ຽງຊີບ ຂອງ ປະຊາຊົນ. ນັກການທູດ ອາເມລິກາ ກໍ່ເນັ້ນໜັກເຖິງຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນບັນຫາຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ