ອາ​ເມ​ລິກ​າ​ ສະ​ໜັບ​ສະ​ໜູນ​ເລື່ອງ ອັງ​ກິດ​ຖອນ​ຕົວ​ອອກ​ຈາກ EU

(VOVWORLD) - ວັນທີ 12 ສິງຫາ, ທ່ານ John Bolton ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາໄດ້ສະໜັບສະໜູນເລື່ອງອັງກິດຖອນຕົວອອກຈາກສະຫະພາບ ເອີລົບ (EU).
ອາ​ເມ​ລິກ​າ​ ສະ​ໜັບ​ສະ​ໜູນ​ເລື່ອງ ອັງ​ກິດ​ຖອນ​ຕົວ​ອອກ​ຈາກ EU - ảnh 1ທ່ານ John Bolton ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ(ພາບ: gettyimage) 

        ກ່າວຄຳເຫັນທີ່ການພົບປະກັບທ່ານ Boris Johnson ນາຍົກລັດຖະມົນຕີອັງກິດ ຢູ່ ລອນດອນ, ປະເທດອັງກິດໃນວັນທີ 12 ສິງຫາ, ທ່ານ John Bolton ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາໄດ້ສະໜັບສະໜູນເລື່ອງອັງກິດຖອນຕົວອອກຈາກ EU ໃນທ້າຍເດືອນ ຕຸລາ ຈະມາເຖິງ ບໍ່ວ່າສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງໃດຫຼືບໍ່. ເນື້ອໃນຂອງການພົບປະລວມມີ ການພົວພັນທາງການຄ້າສອງຝ່າຍລະຫວ່າງ ອາເມລິກາ - ອັງກິດ ແລະ ຄຳໝັ້ນສັນຍາຕໍ່ຂໍ້ຕົກລົງດ້ານການຄ້າເສລີສະບັບໜຶ່ງພາຍຫຼັງ ອັງກິດຖອນຕົວອອກຈາກ EU. ຕາມທ່ານ Bolton ແລ້ວ, ບັນດາເຈົ້າໜ້າທີ່ອັງກິດມີຄວາມຫວັງວ່າ ການເຈລະຈາດ້ານການຄ້າຈະສຸມໃສ່ແຕ່ລະຂົງເຂດດ້ວຍການບຸລິມະສິດກ່ຽວກັບບັນດາການບໍລິການດ້ານການເງິນ.

ຟ້າມຮວນ - ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ