ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ ປຶກສາຫາລືການຮ່ວມມື 3 ຝ່າຍ ເພື່ອຮັບມືກັບຄວາມສ່ຽງນາບຂູ່ຈາກ ສປປ.ເກົາຫຼີ

(VOVWORLD) - ທີ່ບັນດາການພົບປະ, ບັນດາຝ່າຍໄດ້ແບ່ງປັນການຕີລາຄາ ກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ໃນແຫຼມເກົາຫຼີ ແລະ ບັນດາການພົບປະລະ ຫວ່າງ ສປປ.ເກົາຫຼີ ແລະ ລັດເຊຍ.
ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ ປຶກສາຫາລືການຮ່ວມມື 3 ຝ່າຍ ເພື່ອຮັບມືກັບຄວາມສ່ຽງນາບຂູ່ຈາກ ສປປ.ເກົາຫຼີ - ảnh 1(ພາບປະກອບ: Reuters)

       ວັນທີ 17 ຕຸລາ, ທູດພິເສດຂອງ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ ທ່ານ Sung Kim ໄດ້ມີການພົບປະ 2 ຝ່າຍ ແລະ 3 ຝ່າຍກັບທູດພິເສດຂອງ ສ.ເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ, ທ່ານ Kim Gunn ແລະ ຫົວໜ້າກົມ ອາຊີ - ໂອເຊອາເນຍ ຂຶ້ນກັບກະຊວງການຕ່າງປະເທດ ຍີ່ປຸ່ນ ທ່ານ Namazu Hiroyuki ບັນດາການພົບປະໄດ້ດຳເນີນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ.

ທີ່ບັນດາການພົບປະ, ບັນດາຝ່າຍໄດ້ແບ່ງປັນການຕີລາຄາກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ໃນ ແຫຼມເກົາຫຼີ ແລະ ບັນດາການພົບປະລະຫວ່າງ ສປປ.ເກົາຫຼີ ແລະ ລັດເຊຍ. ບັນດາຝ່າຍ ກໍ່ເນັ້ນໜັກເຖິງໄພນາບຂູ່ຂອງໂຄງການລູກສອນໄຟນຳວິຖີຕໍ່ສັນຕິພາບ ແລະ ຄວາມວັດທະນາຖາວອນ ຂອງທົ່ວໂລກ.

        ທ່ານທູດພິເສດອາເມລິກາ ໄດ້ຢ້ຳຄືນວ່າ, ອາເມລິກາ ພ້ອມແລ້ວຈະພົບປະທາງການທູດກັບ ສປປ.ເກົາຫຼີ ໂດຍບໍ່ມີເງື່ອນໄຂ. ຜູ້ຕາງໜ້າ 3 ປະເທດໃຫ້ຄຳໝັ້ນສັນຍາຮັກສາການສົມທົບກັນຢ່າງແໜ້ນແຟ້ນ ກ່ຽວຂ້ອງເຖິງແຜນການເພື່ອຍິງດາວທຽມສຳຫຼວດດ້ານການທະຫານ ນຳໃຊ້ເຕັກໂນໂລຊີລູກສອນໄຟນຳວິຖີຂອງ ສປປ.ເກົາຫຼີ ໄປຟືນກັບມະຕິຫຼາຍສະບັບຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ