ອາ​ເມ​ລິ​ກາ, ສ.ເກົາຫຼີ, ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ທະ​ຫານ

(VOVWORLD) -ໃນການເຈລະຈາທີ່ໄດ້ດຳເນີນໃນວັນທີ 29 ເມສາ ຕາມເວລາ ທ້ອງຖິ່ນ, ທ່ານ ນາຍພົນ Won In-choul ປະທານ JCS ແລະ ທ່ານ ນາຍພົບ ອາເມລິກາ Mark Milley, ທ່ານ ນາຍພົນ  ຍີ່ປຸ່ນ Koji Yamazaki ໄດ້ແບ່ງປັນຄວາມວິຕົກກັງວົນ ກ່ຽວກັບໂຄງການນິດເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ
ອາ​ເມ​ລິ​ກາ, ສ.ເກົາຫຼີ, ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ທະ​ຫານ - ảnh 1ບັນດານາຍພົນທະຫານ ແຖວໜ້າຂອງ ຍີ່ປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ ເຂົ້າຮ່ວມການພົບປະ ຢູ່ Hawaii (ພາບ: Yonhap/TTXVN)

ວັນທີ 30 ເມສາ, ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ບັນດານາຍທະຫານແຖວໜ້າຂອງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມການເຈລະຈາ ຢູ່ Hawaii ດ້ວຍຄຳໝັ້ນສັນຍາ ຈະເພີ່ມທະວີການຮ່ວມມືສາມຝ່າຍໃນສະພາບການວິຕົກກັງວົນກ່ຽວກັບບັນດາໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ.

ໃນການເຈລະຈາທີ່ໄດ້ດຳເນີນໃນວັນທີ 29 ເມສາ ຕາມເວລາ ທ້ອງຖິ່ນ, ທ່ານ ນາຍພົນ Won In-choul ປະທານ JCS ແລະ ທ່ານ ນາຍພົບ ອາເມລິກາ Mark Milley, ທ່ານ ນາຍພົນ  ຍີ່ປຸ່ນ Koji Yamazaki ໄດ້ແບ່ງປັນຄວາມວິຕົກກັງວົນ ກ່ຽວກັບໂຄງການນິດເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ, ພ້ອມທັງປຶກສາຫາລືກ່ຽວກັບ ຄວາມສຳຄັນຂອງ ການຊຸກຍູ້ລະບອບລະບຽບການສາກົນ ໂດຍອີງໃສ່ກົດໝາຍໃນພາກພື້ນ”. ຕາມທ່ານ ນາຍພົນ Won In-choul ແລ້ວ, ການຮ່ວມມື 3 ຝ່າຍແມ່ນສຳຄັນທີ່ສຸດ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ ກໍ່ຄືຢູ່ພາກພື້ນ ອາຊີຕາເວນອອກສ່ຽງເໜືອ. ທ່ານ ນາຍພົນ  ຍີ່ປຸ່ນ Koji Yamazaki ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື 3 ຝ່າຍໃນການປະຕິບັດບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ. ໃນຂະນະນັ້ນດ ທ່ານ ນາຍພົບ ອາເມລິກາ Mark Milley ໄດ້ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາຢ່າງແນວແນ່ຂອງ ອາເມລິກາ ໃນການປົກປ້ອງ 2 ປະເທດພັນທະມິດ ຢູ່ ອາຊີຕາເວັນອອກສ່ຽງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ