ອາ​ເມ​ລິ​ກາ, ສ.ເກົາຫຼີ ປຶກ​ສາ​ຫາ​ລື​ນະ​ໂຍ​ບາຍ ແລະ ຍຸດ​ທະ​ສາດ​ຄວາມ​ໝັ້ນ​ຄົງ​ຢູ່​ແຫຼມ​ເກົາຫຼີ

(VOVWORLD) - ຝ່າຍອາເມລິກາ ໄດ້ຢ້ຳຄືນການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ ທີ່ສືບຕໍ່ຮັກສາການພົວພັນທາງການທູດກັບ ສປປ.ເກົາຫຼີ.
ອາ​ເມ​ລິ​ກາ, ສ.ເກົາຫຼີ ປຶກ​ສາ​ຫາ​ລື​ນະ​ໂຍ​ບາຍ ແລະ ຍຸດ​ທະ​ສາດ​ຄວາມ​ໝັ້ນ​ຄົງ​ຢູ່​ແຫຼມ​ເກົາຫຼີ - ảnh 1ທ່ານ Shin Won-sik ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລະ ທ່ານLloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (ພາບ: ກະຊວງປ້ອງກັນປະເທດ ສ.ເກົາຫຼີ)

ວັນທີ 4 ກັນຍາ, ວົງການເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ອາເມລິກາ ແລະ ສ.ເກົາຫຼີ ໄດ້ດຳເນີນກອງປະຊຸມຄັ້ງທີ 5 ຂອງກຸ່ມຍຸດທະສາດນາບຂູ່ເປີດກວ້າງ ແລະ ການປຶກສາລະຫວ່າງສອງປະເທດ, ຢູ່ນະຄອນຫຼວງ ວໍຊິງຕັນ. ນະທີ່ນີ້, ສອງຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາການເຄື່ອນໄຫວຂອງສປປ.ເກົາຫຼີ ຢູ່ລຽບຕາມເຂດປອດການທະຫານ ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ແຫຼມເກົາຫຼີ. ວົງການເຈົ້າໜ້າທີ່ ອາເມລິກາ ແລະ ສ.ເກົາຫຼີ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາບັນລຸໄດ້ການປອດນິວເຄຼຍຢ່າງສິ້ນເຊິງຢູ່ ແຫຼມເກົາຫຼີບົນພື້ນຖານບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ. ສ່ວນຝ່າຍອາເມລິກາ ໄດ້ຢ້ຳຄືນການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ ທີ່ສືບຕໍ່ຮັກສາການພົວພັນທາງການທູດກັບ ສປປ.ເກົາຫຼີ ແລະ ສອງຝ່າຍກໍ່ຢັ້ງຢືນຄືນໃໝ່ກ່ຽວກັບການສືບຕໍ່ກຽມພ້ອມກັນເຈລະຈາກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ