ອາເມລິກາ - ສ.ເກົາຫຼີ - ໄທ ຊ້ອມຮົບການທະຫານຍົກພົນ

(VOVWORLD) - ວັນທີ 16 ກຸມພາ, ບັນດາພົນທະຫານ ອາເມລິກາ, ໄທ ແລະ ສ.ເກົາຫຼີ ໄດ້ເຂົ້າຮ່ວມການຊ້ອມຮົບຍົກພົນຢູ່ແຂວງ ຈົນບູຣີ, ໄທ.
ອາເມລິກາ - ສ.ເກົາຫຼີ - ໄທ ຊ້ອມຮົບການທະຫານຍົກພົນ - ảnh 1 ອາເມລິກາ - ສ.ເກົາຫຼີ - ໄທ ຊ້ອມຮົບການທະຫານຍົກພົນ (ພາບ:Reuters)

ນີ້ແມ່ນສ່ວນໜຶ່ງໃນການຊ້ອມຮົບນາໆຊາດໃຫຍ່ສຸດພາກພື້ນ ອາຊີ - ປາຊີຟິກ ດ້ວຍຊື່ວ່າ ງູເຫົ່າຄຳ (Cobraq Gold) ຄັ້ງທີ 37 ເລີ່ມແຕ່ວັນທີ 13 ກຸມພາ ຜ່ານມາຢູ່ ໄທ. ຈຸດສຸມຂອງການຊ້ອມຮົບຍົກພົນນີ້ ແມ່ນຂົນສົ່ງພາຫະນະອຸປະກອນການທະຫານຢ່າງໄວທີ່ສຸດ ເມື່ອເກີດໄພພິບັດທຳມະຊາດ. ການຊ້ອມຮົບງູເຫົ່າຄຳ ມີການເຂົ້າຮ່ວມຂອງພົນທະຫານກ່ວາ 11 ພັນຄົນ ທີ່ມາຈາກ 29 ປະເທດ ໂດຍ ອາເມລິກາ ແລະ ໄທ ເປັນປະເທດເຈົ້າພາບຈັດຕັ້ງ. ຄາດຄະເນວ່າ ການຊ້ອມຮົບຈະແກ່ຍາວຈົນຮອດວັນທີ 23 ກຸມພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ