ອາເມລິກາ - ສເກົາຫຼີຊ້ອມຮົບດ້ວຍລູກປືນແທ້

ອາເມລິກາ - ສເກົາຫຼີຊ້ອມຮົບດ້ວຍລູກປືນແທ້ - ảnh 1
ອາເມລິກາ - ສເກົາຫຼີຊ້ອມຮົບດ້ວຍລູກປືນແທ້
(ພາບ:zing.vn)

(vovworld) - ວັນ​ທີ 15/3 ກອງທັບ ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ດ້ວຍ​ລູກປືນ​ແທ້​ຢູ່ Pocheon, ຢູ່​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ​ນະຄອນຫຼວງ​ເຊີ​ອູ​ນ. ຕາມ​ແຫຼ່ງຂ່າວ​ຈາກ​ກອງທັບ ​ສ​ເກົາຫຼ ີ​ແລ້ວ, ການ​ຊ້ອມ​ຮົບ​ດ້ວຍ​ລູກປືນ​ແທ້ຖືກ​ແກ່ຍາວ​ໃນ​ເວລາ 2 ຊົ່ວ​ໂມງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທະຫານ​ ສ​ເກົາຫຼີ 100 ຄົນ ​ແລະ ທະຫານ​ ອາ​ເມ​ລິ​ກາ 200 ຄົນ. ນອກຈາກ​ຈຸດໝາຍ​ຍົກ​ສູງ​ຄວາມ​ສາມາດ​ສົມທົບ​ກັນ​ເຄື່ອນ​ໄຫວ​ລະຫວ່າງ​ກຳລັງ​ທະຫານ​ ສ​ເກົາຫຼີ - ອາ​ເມ​ລິ​ກາ ​ແລ້ວ, ການ​ຊ້ອມ​ຮົບ​ຍັງແນ​ໃສ່​ກວດກາ​ພາຫະນະ​ອຸປະກອນ​ກໍ່​ຄືແລກປ່ຽນ​ທັດສະນະ​ດ້ານ​ການ​ທະ​ຫານ​ລະຫວ່າງ​ພົນທະຫານ​ຂອງ​ສອງ​ປະ​ເທດ​ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ