ອາເມລິກາ, ສເກົາຫຼີຢັ້ງຢືນຄືນສາຍພົວພັນສຳພັນທະມິດຢູ່ອາຊີຕາເວັນອອກສຽງເໜືອ ແລະ ມະຫາສະໝຸດອິນເດຍ-ປາຊີຟິກ

(VOVWORLD) -     ລັດຖະມົນຕີການຕ່າງປະເທດອາເມລິກາ ຸແລະ ສ ເກົາຫຼີໄດ້ມີການພົບປະເມື່ອວັນທີ 12 ມິຖຸນາຢູ່ນອກກອງປະຊຸມສຸດຍອດກຸ່ມ G7 ຢູ່ ອັງກິດ. 
ອາເມລິກາ, ສເກົາຫຼີຢັ້ງຢືນຄືນສາຍພົວພັນສຳພັນທະມິດຢູ່ອາຊີຕາເວັນອອກສຽງເໜືອ ແລະ ມະຫາສະໝຸດອິນເດຍ-ປາຊີຟິກ - ảnh 1ລັດຖະມົນຕີການຕ່າງປະເທດອາເມລິກາ ອານໂຕນີ ບລິນແກນ

ສອງຝ່າຍໄດ້ຢັ້ງຢືນຄືນສາຍພົວພັນສຳພັນທະມິດລະຫວ່າງສອງປະເທດໃນຫຼາຍຂົງເຂດແລະໃນພາກພື້ນແລະໃນໂລກ. ລັດຖະມົນຕີການຕ່າງປະເທດອາເມລິກາ ອານໂຕນີ ປລິນແກນ ແລະ ລັດຖະມົນຕີ ສ ເກົາຫຼີ ຈຸງອຸຍຢົງ ໄດ້ຢັ້ງຢືນຄືນການພົວພັນສຳພັນທະມິດອາເມລິກາ - ສ ເກົາຫຼີແມ່ນໄລກອນຂອງສັນຕິພາບ ຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ອາຊີຕາເວັນອອກສຽງເໜືອ, ມະຫາສະໝຸດອິນເດຍ-ປາຊີຟິກ ແລະ ບັນດາພາກພື້ນອື່ນໆໃນໂລກ.

    ລັດຖະມົນຕີທັງສອງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືອາເມລິກາ - ສ ເກົາຫຼີ ໃນການຊຸກຍູ້ບັນດາຄຸນຄ່າລວມ ແລະ ແກ້ໄຂບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ອະນາຄົດ. ລັດຖະມົນທັງສອງຍັງຢືນຢັນຄືນຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງອາເມລິກາ, ສ ເກົາຫຼີ ແລະ ຍີ່ປຸ່ນໃນບັນດາບັນຫາ ລວມທັງການສົມທົບກ້າວໄປເຖິງການສ້້າງແຫຼມເກົາຫຼີປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ