ອາເມລິກາ ຫຼີກລ້ຽງການລົ້ມລະລາຍ

(VOVWORLD) - ດ້ວຍບັດເຫັນດີ 63 ບັດ ແລະ ບັດຄ້ານ 36 ບັດ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍຢຸດຕິນະໂຍບາຍໜີ້ສາທາລະນະລະດັບເພດານໂດຍຊົ່ວຄາວ
ອາເມລິກາ ຫຼີກລ້ຽງການລົ້ມລະລາຍ - ảnh 1(ພາບປະກອບ: AP)

        ວັນທີ 01 ມິຖຸນາ, ດ້ວຍບັດເຫັນດີ 63 ບັດ ແລະ ບັດຄ້ານ 36 ບັດ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍຢຸດຕິນະໂຍບາຍໜີ້ສາທາລະນະລະດັບເພດານໂດຍຊົ່ວຄາວ, ຜ່ານນັ້ນ ກໍ່ສາມາດຫຼີກລ້ຽງໄດ້ຄວາມສ່ຽງລົ້ມລະລາຍທຳອິດໃນປະຫວັດສາດຂອງປະເທດ ອາເມລິກາ. ຮ່າງກົດໝາຍກ່ຽວກັນໜີ້ສາທາລະນະລະດັບເພດານ ຈະໄດ້ສົ່ງໃຫ້ ທ່ານປະທານາທິບໍດີ Biden ເຊັນປະກາດໃຊ້ເປັນກົດໝາຍ ໃນສະພາບທີ່ຍັງເວລາພຽງແຕ່ 2-3 ວັນກໍ່ຈະຮອດຈຸດເວລາກຳນົດສຸດທ້າຍແມ່ນວັນທີ 05 ມິຖຸນາ ຄືດັ່ງຄຳກ່າວເຕືອນຂອງກະຊວງການເງິນ ອາເມລິກາ ເພື່ອໃຫ້ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຕິຊົ່ວຄາວການຈັດວາງໜີ້ສາທາລະນະລະດັບເພດານ 31.400 ຕື້ USD ກ່ອນທີ່ງົບປະມານສະຫະລັດຈະໝົດໄປ.

        ກ່ອນໜ້ານັ້ນ, ວັນທີ 31 ພຶດສະພາ, ດ້ວຍບັດເຫັນດີ 314 ບັດ ແລະ ບັດຄ້ານ 117 ບັດ, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ຍື່ນຕໍ່ສະພາສູງພິຈາລະນາ.

ຕອບກັບ

ຂ່າວ/ບົດ​ອື່ນ