ອາ​ເມ​ລິ​ກາ ຫວັງ​ວ່າ ຊູ​ແອັດ ຈະ​ເຂົ້າ​​ເປັນ​ສະ​ມາ​ຊິກ NATO ໂດຍ​ໄວ

(VOVWORLD) -  ວັນທີ 9 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໂອ້ລົມທາງໂທສັບກັບທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ກ່ອນກອງປະຊຸມສຸດຍອດຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ໃນວັນທີ 11 – 12 ກໍລະກົດຢູ່ Vilnius, ປະເທດລິດວາ.

ປະທານາທິບໍດີ ສອງທ່ານໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາເຊິ່ງອາດຈະໄດ້ຮັບການຄິດໄລ່ຊັ່ງຊາໃນກອງປະຊຸມສຸດຍອດ NATO, ສະແດງຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນ ຢູແກຼນ ແລະ ປັບປຸງການພົວພັນສອງຝ່າຍ. ທ່ານປະທານາທິບໍດີ Joe Biden ສະແດງຄວາມຫວັງວ່າ ຊູແອັດ ຈະເຂົ້າເປັນສະມາຊິກ NATO ໃນເວລາໄວທີ່ສຸດ. ເນື້ອໃນການປຶກສາຫາລືກໍລວມທັງການມອບເຮືອບິນສູ້ຮົບ F- 16 ໃຫ້ແກ້ ຕວັກກີ ກໍຄື ຄວາມມານະພະຍາຍາມເຂົ້າເປັນສະມາຊິກ NATO ຂອງ ຢູແກຼນ.

        ຊູແອັດ ບໍ່ສາມາດເກ້ຍກ່ອມໃຫ້ ຕວັກກີ ປະລະການຂັດຂວາງຄວາມມານະພະຍາຍາມເຂົ້າເປັນສະມາຊິກ NATO  ໄດ້ເມື່ອທ່ານລັດຖະມົນຕີການຕ່າງປະເທດສອງປະເທດ ພົບປະກັນໃນວັນພະຫັດອາທິດກ່ອນ. NATO ຈະຮຽກໂຮມການພົບປະລະຫວ່າງທ່ານປະທານາທິບໍດີ ຕວັກກີ ແລະ ນາຍົກລັດຖະມົນຕີ ສະວິດ ຢູ່ນອກກອງປະຊຸມສຸດຍອດ NATO ເພື່ອໃຫ້ສອງຝ່າຍສືບຕໍ່ປຶກສາຫາລືກ່ຽວກັບບັນຫານີ້.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ