ອາເມລິກາ - ຫວຽດນາມ ມຸ່ງໄປເຖິງອະນາຄົດ

ອາເມລິກາ - ຫວຽດນາມ ມຸ່ງໄປເຖິງອະນາຄົດ - ảnh 1
ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ John Kerry
(ພາບ:nld.com.vn)


​​(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່າ​ນລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ John Kerry, ວັນ​ທີ 07/08, ສະຖານທູ​ດອາ​ເມ​ລິ​ກາ ປະຈຳ​ຮ່າ​ໂນ້ຍ ​ແລະ ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ຊຸກຍູ້​ຄວາມ​ວັດ​ທະນາ​ຖາວອນ: 20 ປີແຫ່ງ​ການ​ຮ່ວມ​ມື​ພັດທະນາ​ຫວຽດນາມ - ອາ​ເມ​ລິ​ກາ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສຳ​ມະ​ນາ, ທ່ານ John Kerry, ​ໃຫ້​ຮູ້​ວ່າ.

        “ພວກ​ເຮົາ​ມີ​ໜ້າ​ຢູ່​ທີ່​ນີ້ ​ເພື່ອ​ເຂົ້າ​ຮ່ວມ​ການສະ​ເຫຼີມສະຫຼອງ 20 ​ແຫ່ງ​ວັນສ້າງ​ການ​ພົວ​ພັນ​​ເປັນ​ປົກ​ກະຕິ. ພວກ​ເຮົາ​ມີ​ກຳລັງ​ແຮງ​ຜ່ານ​ຜ່າ​ຄວາມ​​ແຕກ​​ໂຕ​ນກັນ, ​ທົດ​ແທນ​ຄວາມ​ລະ​ແວງ​ສົງ​ໄສ ດ​​້ວຍຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຄົາລົບ​​ເຊິ່ງກັນ​ແລະ​ກັນ. ພວກ​ເຮົາ​​ພິສູດ​​ໃຫ້​ເຫັນວ່າ ​ໃນອະດີດ​ເປັນ​ສັດຕູຂອງ​ກັນ ​ແຕ່ສາມາດ​ກາຍ​ເປັນ​ຄູ່​ຮ່ວມ​ມື ຊ້ຳ​ບໍ່​ໜຳ​​ໃນ​ໂລກ​ທີ່​ມີ​ຄວາມ​ສັບສົນ​ຄື​ປະຈຸ​ບັນ. ນັ້ນ​ກໍ​ແມ່ນ​ບົດຮຽນ​ຢ່າງ​ເລິກ​ເຊິ່ງ​ໃຫ້​ທົ່ວ​ປະ​ເທດ​ອາດ​ສາມາດ​ຕິດຕາມ”.

        ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມ​ິງ ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ເຫດການ​ນີ້ ກົງກັບ​ໂອກາດ 2 ປະ​ເທດສະ​ເຫຼີມສະຫຼອງ 20 ປີ​ແຫ່ງວັນສ້າງ​ການ​ພົວ​ພັນທາງ​ການ​ທູດ​​ເປັນ​ປົກ​ກະຕິ ​ແລະ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ John Kerry ​ມາ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ຢືນຢູ່​ຕໍ່ໜ້າ​ແງ່​ຫວັງ​ອັນ​ດີງາມ, ມຸ່ງ​ໄປ​ເຖິງ​ລະ​ດັບສູງ​ໃໝ່.

ຂ່າວ/ບົດ​ອື່ນ