ອາເມລິກາ ຫ້າມພົນລະເມືອງໄປຍັງ ສປປ ເກົາຫຼີ ນັບແຕ່ເດືອນກັນຍາ 2017

(VOVWORLD) - ລັດຖະບານ ອາເມລິກາ ໄດ້ປະກາດຄຳສັ່ງຫ້າມພົນລະເມືອງປະເທດນີ້ໄປຍັງ ສປປ ເກົາຫຼີ ນັບແຕ່ວັນທີ 1 ກັນຍາ ຢ່າງເປັນທາງການ ແລະ ຄຳສັ່ງຈະມີຜົນສັກສິດມີຜົນສັກສິດໃນຮອບເວລາ 1 ປີ, ເວັ້ນເສຍແຕ່ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ຍົກເລີກ ໄວກ່ອນ.
ອາເມລິກາ ຫ້າມພົນລະເມືອງໄປຍັງ ສປປ ເກົາຫຼີ ນັບແຕ່ເດືອນກັນຍາ 2017 - ảnh 1ສະໜາມບິນ Sunan ຢູ່ພຽງຢາງ 

 ຄຳສັ່ງດັ່ງກ່າວໄດ້ເອົາລົງໃນວາລະສານຈົດທະບຽນສະຫະລັດຂອງລັດຖະບານ ອາເມລິກາ ແຕ່ວັນທີ 2 ສິງຫາ, ໃນນັ້ນ, ຊີ້ແຈ້ງວ່າໜັງສືຜ່ານແດນ ອາເມລິກາ ບໍ່ໄດ້ຮັບອະນຸຍາດໄປເຖິງຫຼື ໄປຜ່ານ ສປປ ເກົາຫຼີ ເວັ້ນເສຍແຕ່ກໍລະນີພິເສດ ຍ້ອນມີຄວາມວິຕົກວັງວົນກ່ຽວກັບບັນດາໄພອັນຕະລາຍສຳລັບພົນລະເມືອງ ອາເມລິກາ ເມື່ອໄປເຖິງປະເທດ ອາຊີນີ້. ບັນດາກໍລະນີຍົກເວັ້ນ ລວມມີບັນດານັກຂ່າວ, ຜູ້ເຄື່ອນໄຫວກູ້ໄພກູ້ຊີບມະນຸດສະທຳທີ່ໄດ້ຮັບອະນຸຍາດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ