ອາ​ເມ​ລິ​ກາ, ອັງ​ກິດ, EU ເຊັນສິ​ນ​ທິ​ສັນ​ຍາ​ແມ່​ກ່ຽວ​ກັບ AI

(VOVWORLD) - ທ່ານ Peter Kyle ລັດຖະມົນຕີກະຊວງເຕັກໂນໂລຢີ ອັງກິດ ເນັ້ນໜັກວ່າ  ນີ້ແມ່ນສັນຍາສະບັບທຳອິດທີ່ມີຜົນສະທ້ອນຢ່າງແຮງໃນທົ່ວໂລກ”, ຊ່ວຍເຊື່ອມຕໍ່ກຸ່ມບັນດາປະເທດທີ່ເປັນຫຼາຍຮູບຫຼາຍແບບ ແລະ ມີຄວາມແຕກຕ່າງກັນກ່ຽວກັບດ້ານການເມືອງກໍ່ຄືວັດທະນະທຳ.
ອາ​ເມ​ລິ​ກາ, ອັງ​ກິດ, EU ເຊັນສິ​ນ​ທິ​ສັນ​ຍາ​ແມ່​ກ່ຽວ​ກັບ AI - ảnh 1(ພາບປະກອບ: AFP/TTXVN)

ວັນທີ 5 ກັນຍາ, ອາເມລິກາ, ອັງກິດ ແລະ ສະຫະພາບ ເອີລົບ (EU) ໄດ້ເຊັນສົນທິສັນຍາແມ່ກ່ຽວກັບປັນຍາປະດິດ (AI) ຂອງສະພາເອີລົບ. ນີ້ແມ່ນສັນຍາສາກົນສະບັບທຳອິດທີ່ມີລັກສະນະຜູກມັດດ້ານນິຕິກຳ ກ່ຽວກັບການນຳໃຊ້ AI. ເອກະສານີ້ ໂດຍ 50 ປະເທດຮຽບຮຽງ ໃນເວລາກ່ວາ 2 ປີ, ໃນນັ້ນມີ ການາດາ, ອິດສະລາແອັນ, ຍີ່ປຸ່ນ ແລະ ອົດສະຕາລີ.

ກ່ອນໜ້ານັ້ນ, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງອຳນາດການປົກຄອງປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ອາເມລິກາ ໃຫ້ຄຳໝັ້ນສັນຍາ ຮັບປະກັນວ່າບັນດາເຕັກໂນໂລຢີ AI ບໍ່ພຽງແຕ່ພັດທະນາດ້ານເຕັກນິກເທົ່ານັ້ນ ຫາກຍັງຕ້ອງເໝາະສົມກັບບັນດາມາດຖານຄຸນສົມບັດ ແລະ ມີຄວາມເຄົາລົບສິດທິມະນຸດອີກດ້ວຍ. ລັດຖະບານ ອາເມລິກາ ກໍ່ຊົມເຊີຍການປະກອບສ່ວນສຳຄັນຂອງ EC ໃນການບັນລຸໄດ້ເປົ້າໝາຍນີ້.

ໃນຂະນະນັ້ນ, ທ່ານ Peter Kyle ລັດຖະມົນຕີກະຊວງເຕັກໂນໂລຢີ ອັງກິດ ເນັ້ນໜັກວ່າ  ນີ້ແມ່ນສັນຍາສະບັບທຳອິດທີ່ມີຜົນສະທ້ອນຢ່າງແຮງໃນທົ່ວໂລກ”, ຊ່ວຍເຊື່ອມຕໍ່ກຸ່ມບັນດາປະເທດທີ່ເປັນຫຼາຍຮູບຫຼາຍແບບ ແລະ ມີຄວາມແຕກຕ່າງກັນກ່ຽວກັບດ້ານການເມືອງກໍ່ຄືວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ