ອາ​ເມ​ລິ​ກາ, ອັງ​ກິດ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ອ​ຽກ​ລັງ​ເໜືອ

(VOVWORLD) -ວັນທີ 10 ມິຖຸນາ, ສຳນັກຂ່າວສານ Reuters ໃຫ້ຮູ້ວ່າ, ອາເມລິກາ ແລະ ອັງກິດ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຈະຮ່ວມມືກັນ ກັບທຸກຝ່າຍທີ່ເຂົ້າຮ່ວມຂໍ້ຕົກລົງສັນຕິພາບ ວັນສຸກທີ່ດີ ເຊິ່ງລົງນາມໃນປີ 1998 ຢ່າງແໜ້ນແຟ້ນ, ເພື່ອແນໃສ່ປົກປັກຮັກສາພື້ນຖານສັນຕິພາບທີ່ບອບບາງຂອງ ອຽກລັງເໜືອ.
ອາ​ເມ​ລິ​ກາ, ອັງ​ກິດ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ອ​ຽກ​ລັງ​ເໜືອ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: REUTERS)

ໃນຖະແຫຼງການຮ່ວມ ພາຍຫຼັງການປຶກສາຫາລື ລະຫວ່າງ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໃນວັນທີ 10 ມິຖຸນາ, ສອງຝ່າຍໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາສຳລັບຂໍ້ຕົກລົງດັ່ງກ່າວ ໂດຍຍັງເປັນທີ່ຮູ້ຈັກເຖິງດ້ວຍຊື່ວ່າ ຂໍ້ຕົກລົງ Belfast, ເມືອງເອກຂອງ ອຽກລັງເໜືອ.

ທ່ານນາຍົກລັດຖະມົນຕີ Johnson ກໍ່ຫຼຸດຄວາມແຕກຕ່າງກັນກັບ ວໍຊິງຕັນລົງ ກ່ຽວກັບຜົນສະທ້ອນຂອງ ເລື່ອງອັງກິດ ຖອນຕົວອອກຈາກ ສະຫະພາບ ເອີລົບ (EU), ຫຼືຍັງໄດ້ເອີ່ນວ່າ Brexit, ສຳລັບສັນຕິພາບ ຢູ່ ອຽກລັງເໜືອ, ແລະ ເນັ້ນໜັກວ່າ ອາເມລິກາ, ລາຊະອານາຈັກ ອັງກິດ ແລະ EU “ມີຄວາມເຫັນດີເຫັນພ້ອມ” ໃນການຊອກຫາບັນດາວິທີການແກ້ໄຂ ເພື່ອແນໃສ່ປົກປ້ອງຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ