ອາ​ເມ​ລິ​ກາ, ອັງ​ກິດ​ມຸ່ງ​ໄປ​ເຖິງ​ຂ​ໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ

(VOVWORLD) -ວັນທີ 16 ທັນວາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ໄດ້ມີການເຈລະຈາທາງໂທລະສັບ, ພາຍຫຼັງ ສອງ ສາມວັນ ທີ່ພັກນິຍົມຮັກສາເດີມຂອງທ່ານ Boris Johnson ຍາດເອົາໄຊຊະນະ ແລະ ກວມເອົາທີ່ນັ່ງ ສ່ວນຫຼາຍ ຢູ່ສະພາແຫ່ງຊາດອັງກິດ.
ອາ​ເມ​ລິ​ກາ, ອັງ​ກິດ​ມຸ່ງ​ໄປ​ເຖິງ​ຂ​ໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ (ພາບ: AP)

ໃນການເຈລະຈາທາງໂທລະສັບ, ການນຳ 2 ປະເທດ ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການພົວພັນສອງຝ່າຍ, ຄວາມສາມາດບົ່ມຊ້ອນໃນບັນດາຂົງເຂດຄື ຄວາມໝັ້ນຄົງ ແລະ ການຄ້າ, ລວມມີການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີທີ່ເຕັມໄປດ້ວຍແງ່ຫວັງ. ກ່ອນໜ້ານັ້ນ, ທ່ານ Donald Trump ເຄີຍເຕື້ອງເຖິງຂໍ້ຕົກລົງການຄ້າສອງຝ່າຍກັບ ອັງກິດ ເປັນຫຼາຍຄັ້ງພາຍຫຼັງ ທີ່ປະເທດນີ້ຖອນຕົວອອກຈາກ ສະຫະພາບ ເອີລົບ. ໃນວັນດຽວກັນທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດທຳນຽບຂາວ ໃຫ້ຮູ້ວ່າ ອາເມລິກາ ແລະ ອັງກິດຈະເລີ່ມຕົ້ນປຶກສາຫາລືຂໍ້ຕົກລົງການຄ້າໂດຍໄວ, ແຕ່ກໍ່ບໍ່ຮູ້ວັນເວລາຢ່າງລະອຽດ.

ຟ້າມຮວນ - ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ