ອາເມລິກາ: ອັດຕາສະໜັບສະໜູນທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນສູງສຸດໃນຮອບເວລາ 2 ປີ ຜ່ານມາ

(VOVWORLD)- ອັດຕາຜູ້ມີສິດເລືອກຕັ້ງສະໜັບສະໜູນທ່ານປະທານາທິບໍດີ ອາເມລິກາ Donald Trump ບັນລຸລະດັບສູງສຸດໃນຮອບເວລາ 2 ປີ ຜ່ານມາ  ຍ້ອນຄວາມປະເອີບໃຈຂອງຜູ້ມີສິດເລືອກຕັ້ງກ່ຽວກັບພື້ນຖານເສດຖະກິດ ອາເມລິກາ.

        ຜົນຂອງການຢັ່ງຫາງສຽງ ໂດຍ Harvard CAPS/Harris Poll ປະກາດໃນວັນທີ 31 ພຶດສະພາ ໃຫ້ຮູ້ວ່າ, ອັດຕາຜູ້ມີສິດເລືອກຕັ້ງສະໜັບສະໜູນທ່ານປະທານາທິບໍດີ ອາເມລິກາ Donald Trump ບັນລຸລະດັບສູງສຸດໃນຮອບເວລາ 2 ປີ ຜ່ານມາ  ຍ້ອນຄວາມປະເອີບໃຈຂອງຜູ້ມີສິດເລືອກຕັ້ງກ່ຽວກັບພື້ນຖານເສດຖະກິດ ອາເມລິກາ. ຕາມຜົນຂອງການຢັ່ງຫາງສຽງດັ່ງກ່າວແລ້ວ, 48% ໃນຈໍານວນຜູ້ຖືກຖາມ ແມ່່ນສະໜັບສະໜູນຕໍ່ວຽກເຮັດງານທໍາຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ເຊິ່ງເພີ່ມຂຶ້ນ 45% ເມື່ອທຽບໃສ່ຜົນຂອງການຢັ່ງຫາງສຽງທີ່ດໍາເນີນເມື່ອເດືອນ ມີນາ ຜ່ານມາ, ໃນຂະນະນັ້ນ, ອັດຕາຜູ້ບໍ່່ສະໜັບສະໜູນ ແມ່ນ 52%. ການຢັ່ງຫາງສຽງດັ່ງກ່່າວ ກໍສະແດງໃຫ້ເຫັນລະດັບການສະໜັບສະໜູນສູງບັນລຸລະດັບສະຖິຕິຕໍ່ການສໍາຜັດຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບບັນຫາວຽກເຮັດງານທໍາ ແມ່ນ (62%) ແລະ 59% ແມ່ນອັດຕາສະໜັບສະໜູນຕໍ່ແບບວິທີບໍລິຫານພື້ນຖານເສດຖະກິດຂອງທ່ານ. ປະຊາຊົນ ອາເມລິກາ ໄດ້ສະແດງທັດສະນະເປັນກາງ ຫຼື ຕັ້ງໜ້າ ສໍາລັບບັນດາການກະທໍາຂອງເຈົ້າຂອງທໍານຽບຂາວ ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງ ຈີນ ແລະ ຊາວອົບພະຍົບ. ໂດຍໄດ້ຮັບຮູ້ວ່າ, ອັດຕາຜູ້ມີສິດເລືອກຕັ້ງສະໜັບສະໜູນທ່ານປະທານາທິບໍດີ Donald Trump  ໃນການຢັ່ງຫາງສຽງດັ່ງກ່າວ ແມ່ນສູງຫຼາຍເມື່ອທຽບໃສ່ບັນດາການຢັ່່ງຫາງສຽງຄັ້ງກ່ອນນີ້.  

ຕອບກັບ

ຂ່າວ/ບົດ​ອື່ນ