ອາ​ເມ​ລິ​ກາ, ອິດ​ສະ​ຣາ​ແອັນ ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຢຸດ​ຍິງ ແລະ ປ່ອຍ​ຕົວ​ປະ​ກັນ​ຢູ່ເຂດ ກາ​ຊາ

(VOVWORLD) - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມໃນປັດຈຸບັນ ແນໃສ່ສ້າງສຳເລັດຂໍ້ສະເໜີຢຸດຍິງ ແລະ ປ່ອຍຕົວປະກັນຢູ່ເຂດ ກາຊາ.
ອາ​ເມ​ລິ​ກາ, ອິດ​ສະ​ຣາ​ແອັນ ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຢຸດ​ຍິງ ແລະ ປ່ອຍ​ຕົວ​ປະ​ກັນ​ຢູ່ເຂດ ກາ​ຊາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ  Antony Blinken (ເບື້ອງຊ້າຍ) ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant (ພາບ: Reuters)

ວັນທີ 26 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Antony Blinken ໄດ້ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຢູ່ວໍຊິງຕັນ, ອາເມລິກາ. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມໃນປັດຈຸບັນ ແນໃສ່ສ້າງສຳເລັດຂໍ້ສະເໜີຢຸດຍິງ ແລະ ປ່ອຍຕົວປະກັນຢູ່ເຂດ ກາຊາ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Antony Blinken ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບຄວາມໝັ້ນຄົງຂອງ ອິດສະຣາແອັນ ຕໍ່ໄພນາບຂູ່ຈາກບັນດາກຸ່ມກໍ່ການຮ້າຍ ໂດຍ ອີຣານ ໜູນຫຼັງ, ເປັນຕົ້ນແມ່ນ ກຳລັງ ເຮໂບລາ ຢູ່ ລີບັງ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຝັ່ງຕາເວັນຕົກ.

        ໃນຂະນະນັ້ນ, ຕອນຄ່ຳວັນທີ 26 ມິຖຸນາ, ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ໃນວັນດຽວກັນ, ກຳລັງ ເຮໂບລາ ໄດ້ດຳເນີນຫຼາຍບັ້ນບຸກໂຕມຕີດ້ວຍລູກສອນໄຟເລັ່ງໃສ່ບາງເປົ້າໝາຍຢູ່ທາງທິດເໜືອ ອິດສະຣາແອັນ. ກອງທັບ ອິດສະຣາແອັນ ໄດ້ໂຕ້ຕອບ ດ້ວຍຫຼາຍບັ້ນບຸກໂຈມຕີທາງອາກາດ ເລັ່ງໃສ່ບັນດາເປົ້າໝາຍຂອງ ເຮໂບລາ ຢູ່ພາກໃຕ້ ລີບັງ.

ນັກຂ່າວ VOV ປະຈຳ ອາເມລິກາ ແລະ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ