ອາເມລິກາ, ອິນເດຍ ປຶກສາຫາລືເລື່ອງເປີດກວ້າງ ແລະ ປັບປຸງການຮ່ວມມືສອງຝ່າຍ

(VOVWORLD) -ການນຳສອງທ່ານຍັງປຶກສາຫາລືຫລາຍບັນຫາຢູ່ພາກພື້ນ ລວມມີ: ຄວາມໝັ້ນຄົງຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ, ຕາເວັນອອກກາງ ແລະ ເອີລົບ

ວັນທີ 27 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ສອງຝ່າຍໄດ້ປຶກສາຫາລືເລື່ອງເປີດກວ້າງ ແລະ ປັບປຸງການຮ່ວມມືລະຫວ່າງ ອາເມລິກາ ແລະ ອິນເດຍ. ການນຳສອງທ່ານຍັງປຶກສາຫາລືຫລາຍບັນຫາຢູ່ພາກພື້ນ ລວມມີ: ຄວາມໝັ້ນຄົງຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ, ຕາເວັນອອກກາງ ແລະ ເອີລົບ, ທ່ານປະທານາທິບໍດີ Donald Trump ເນັ້ນຫນັກເຖິງຄວາມສຳຄັນຂອງ ອິນເດຍ ເພີ່ມການເກັບຊື້ບັນດາອຸປະກອນປ້ອງກັນຄວາມປອດໄພໂດຍອະເມລິກາ ຜະລິດ ແລະ ມຸ່ງໄປເຖິງການພົວພັນດ້ານການຄ້າສອງຝ່າຍຢ່າງຍຸຕິທຳ.

ສອງຝ່າຍກໍ່ໄດ້ປຶກສາຫາລືບັນດາແຜນການເພື່ອໃຫ້ ທ່ານນາຍົກລັດຖະມົນຕີ Narendra Modi ໄປຢ້ຽມຢາມ ອາເມລິກາ, ເນັ້ນຫນັກວ່າ: ກຳລັງແຮງຂອງການພົວພັນຍຸດທະສາດລະຫວ່າງສອງປະເທດ. ສອງຝ່າຍກໍ່ເນັ້ນຫນັກຢ່າງແຮງເຖິງຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອິນເດຍ.

                                                                                                      ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ