ອາເມລິກາ - ອິນເດຍ ເຫັນດີດຳເນີນການເຈລະຈາ 3 ຝ່າຍກັບ ອາບການິດສະຖານ

ອາເມລິກາ - ອິນເດຍ ເຫັນດີດຳເນີນການເຈລະຈາ 3 ຝ່າຍກັບ ອາບການິດສະຖານ - ảnh 1
ລັດຖະມົນຕີການຕ່າງປະເທດ ອາເມລິກາ Hilary Clinton
(ພາບ: ອີນເຕີເນັດ)

(vovworld) – ຕອນ​ບ່າຍວັນ​ທີ 14/6, ອິນ​ເດຍ ​ແລະ ອາ​ເມ​ລິ​ກາ ​ເຫັນ​ດີ ດຳ​ເນີນ​ການ​ເຈລະຈາ 3 ຝ່າຍກັບ ອາບ​ກາ​ນິດ​ສະຖານ ຢ່າງ​ເປັນ​ທາງ​ການ ​ເພື່ອ ຊອກຫາບັນດາ​ກາລະ​ໂອກາດ​ຊຸກຍູ້​ການ​ພັດທະນາ​ຢູ່​ປະ​ເທດ ພວມ​ຖືກ​ສົງຄາມ​ທຳລາຍ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ ກັບ ທ່ານ SM Krishma, ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ ພາຍຫຼັງ​ສິ້ນ​ສຸດ​ການ​ສົນທະນາ ຍຸດ​ທະ​ສາດ​ລະຫວ່າງ ອິນ​ເດຍ - ອາ​ເມ​ລິ​ກາ ຄັ້ງ​ທີ 3 ຢູ່ ວໍຊິງ​ຕັນ​, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ​ເວົ້າ​ວ່າ: ພວກ​ຂ້າພ​ະເຈົ້າ​ເຫັນ​ດີ​ຈະ​ດຳ​ເນີນ​ການ​ເຈລະຈາ ລະຫວ່າງ 3 ປະ​ເທດ ອິນ​ເດຍ, ອາ​ເມລິ​ກາ ​ແລະ ອາບ​ກາ​ນິດ​ສະຖານ ຢ່າງ​ເປັນ​ທາງ​ການ ​ເພື່ອ​ຊອກ​ຫາ​ບັນດາ​ກາລະ​ໂອກາດ​ເຮັດ​ວຽກ​ນຳ​ກັນ ​​ແນ​ໃສ່​ຊຸກຍູ້​ການ​ພັດທະນາ ຢູ່ ອາບ​ກາ​ນິດ​ສະຖານ. ນອກຈາກ​ນັ້ນ​ແລ້ວ, ທ່ານນາງ Clinton ກໍຕີ​ລາຄາ​ສູງ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອິນ​ເດຍ ກ່ຽວ​ກັບ​ການ​ສ້າງ ອະນາຄົດ​ອັນ​ດີງາມ​ກ່ວາ​ໃຫ້​ແກ່​ປະຊາຊົນ ອາບ​ກາ​ນິດ​ສະຖານ. ສ່ວນ ອິນ​ເດຍ ກໍ​ຍົກ​ອອກ​ບັນຫາ ລົບ​ລ້າງ ບັນດາ “​ແດນ​ສະຫວັນ ທີ່​ປອດ​ໄພ” ​ໃຫ້​ແກ່​ພວກ​ກໍ​ການ​ຮ້າຍ​ໃນ​ເຂດ​ດິນ​ແດນ ປາ​ກິດ​ສະຖານ. ​ໃນ​ຖະ​ແຫຼ​ງການ​ຮ່ວມ ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ສິ້ນ​ສຸດ​ການ​ສົນທະນາ, ອິນ​ເດຍ ​ເນັ້ນ​ໜັກ​ເຖິງ​ຜົນ​ສຳ​​ເລັດ ຢູ່​ອາບ​ກາ​ນະ​ສະຖານ ກໍ​ຄື​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ ​ແລະ ທົ່ວ​​ໂລກ ຮຽກຮ້ອງ​​ໃຫ້​ລົບ​ລ້າງ​ບັນດາ​ຖານ​ທີ່​ໝັ້ນ ​ແລະ ບັນດາ​ພື້ນຖານ​ໂຄງ​ລ່າງ​ຂອງ​ພວກ​ກໍ​ການ​ຮ້າຍ ​ແລະ ບັນດາ​ພວກ​ຖື​ລັດ​ທິຫົວ​ຮຸນ​ແຮງ ຢູ່ ອາບ​ການ​ິດສະຖານ ​ແລະ ປາ​ກິດ​ສະຖານ.

ຂ່າວ/ບົດ​ອື່ນ