ອາເມລິກາ ອົບພະຍົບພົນ ລະເມືອງອອກຈາກ Yemen

ອາເມລິກາ ອົບພະຍົບພົນ ລະເມືອງອອກຈາກ Yemen - ảnh 1
ຄຳ​ສັ່ງ​ອົບພະຍົບພົນລະ​ເມືອງອາ​ເມ​ລິ​ກາ ​ທັງ​ໝົດ​ອອກ​ຈາກ Yemen
(ພາບ: modernghana)

(vovworld) - ວັນ​ທີ 06 ສິງຫາ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ອອກ​ຄຳ​ສັ່ງ​ອົບພະຍົບພົນລະ​ເມືອງອາ​ເມ​ລິ​ກາ ​ທັງ​ໝົດ​ອອກ​ຈາກ Yemen ຍ້ອນ​ວິຕົກ​ກັງວົນ​ວ່າ ​ໄພ​ບຸກ​ໂຈມ​ຕີ​ກໍ​ການ​ຮ້າຍ​​ໃສ່ບັນດາ​ສຳນັກງານການ​ທູດ ​ແລະ ພົນລະ​ເມືອງ​ຂອງ​ປະ​ເທດ​ນີ້ຈະ​ເພີ່ມ​ຂຶ້ນ. ​ແຈ້ງການ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານນາງ Jen Psaki ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ​ໄດ້​ຈັດ​ສົ່ງ​ເຮືອ​ບິນ​ຂົນ​ສົ່ງ​ການ​ທະຫານ​ເຖິງ Yemen ​ເພື່ອ​ໜູນ​ຊ່ວຍ​ການ​ອົບ​ພະຍົບບັນດາ​ເຈົ້າ​ໜ້າ​ທີ່ການ​ທູດ ​ແລະ ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ. ຕາມ​ທ່ານ​ນາງ Jen Psaki ​ແລ້ວ, ການ​ບຸກ​ໂຈມ​ຕີ​ຕ່າງໆ ອາດ​ຈະປະຕິບັດ​ຈາກ​ແຫຼມ​ອາຣັບ. ຂໍ້​ຕົກລົງ​ອົບ​ພະຍົບຖືກ​ຍົກ​ອອກ​ມາ​ພາຍຫຼັງ​ທີ່ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ ຮັບ​ສັນຍານ​​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ລະຫວ່າງ​ສະມາຊິກ​ 2 ຄົນຂອງ​ອົງການ​ກໍ​ການ​ຮ້າຍ​ສາກົນ al Qaeda, ​ໃນ​ນັ້ນ​ໄດ້​ເວົ້າ​​ເຖິງ​ແຜນການ​ບຸກ​ໂຈມ​ຕີ​ກໍ​ການ​ຮ້າຍ. ນີ້​ກໍ່​ແມ່ນ​ເຫດຜົນ​ພາ​ໃຫ​້ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຕົກລົງ​ອັດ​ປະຕູ​ສະຖານທູດ ​ແລະ ບັນດາ​ສຳນັກງານ​ການທູດ​ຢູ່​ຕ່າງປະ​ເທດປະມານ​ 25 ​ແຫ່ງ, ສ່ວນ​ຫຼາຍ​ແມ່ນ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ. ຄຳ​ສັ່ງ​ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 04 ສິງຫາ ​ແລະ 19 ​ໃນ​ຈຳນວນ 25 ສຳນັກງານ​ການ​ທູດ​ດັ່ງກ່າວ​ຈະ​ອັດ​ປະຕູ​ຮອດ​ທ້າຍ​ອາທິດ​ນີ້.
ຂ່າວ/ບົດ​ອື່ນ