ອາເມລິກາ ອຸປະຖໍາໃຫ້ແກ່ຄົນພິການ ແລະ ຄອບຄົວທຸກຍາກຢູ່ແຂວງເທື່ອທຽນເຫວ້

(VOVWORLD) -ອົງການ ROTARY ຂອງ ອາເມລິກາ ໄດ້ອຸປະຖໍາຈໍານວນເງິນ ກວ່າ 58.000 USD ໜູນຊ່ວຍປົວແປງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ຄົນພິການ ແລະ ຄອບຄົວທຸກຍາກ ຜ່ານການລ້ຽງໄກ່ ຢູ່ຕາແສງ ວິງທ໊າຍ, ເມືອງ ຝູວາງ, ແຂວງເທື່ອທຽນເຫວ້.

ວັນທີ 9 ກັນຍາ, ແຂວງເທື່ອທຽນເຫວ້ ຈັດຕັ້ງການຮັບ ແລະ ຜັນຂະຫຍາຍບັນດາໂຄງການ ໂດຍອາເມລິກາ ອຸປະຖໍາເພື່ອກວດ, ປິ່ນປົວພະຍາດ ແລະ ປົວແປງຄຸນນະພາບຊີວິດການເປັນຢູ່ຂອງຄົນພິການ ແລະ ຄອບຄົວທຸກຍາກໃນບໍລິເວນແຂວງ. ຕາມນັ້ນແລ້ວ, ຜ່ານກອງທຶນ ບັນດາຫົວໃຈເຫວ້ ອົງການ ROTARY ຂອງ ອາເມລິກາ ໄດ້ອຸປະຖໍາຈໍານວນເງິນ ກວ່າ 58.000 USD ໜູນຊ່ວຍປົວແປງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ຄົນພິການ ແລະ ຄອບຄົວທຸກຍາກ ຜ່ານການລ້ຽງໄກ່ ຢູ່ຕາແສງ ວິງທ໊າຍ, ເມືອງ ຝູວາງ, ແຂວງເທື່ອທຽນເຫວ້.

        ໃນໄລຍະດຽວກັນ, ແຂວງເທື່ອທຽນເຫວ້ ກໍໄດ້ຮັບເງິນອຸປະຖໍາ ປະມານ 10.000 USD ຈາກອົງການ Vets with A Mission ຂອງ ອາເມລິກາ ເພື່ອໜູນຊ່ວຍການກວດ ແລະ ປິ່ນປົວພະຍາດມະນຸດສະທໍາ, ຄ່າຢາ, ຄ່າກວດ, ຄ່ານອນໂຮງໝໍ ແລະ ຄ່າຜ່າຕັດໃຫ້ແກ່ຄົນເຈັບ 15 ຄົນ ທີ່ເປັນພະຍາດເຈັບໜັກ ແລະ ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາຕາແສງ: ເທື້ອງກວ໋າງ, ເທື້ອງໂລະ, ເຮືອງເຊີນ ຂຶ້ນກັບເມືອງພູດອຍ ນາມດົງ, ແຂວງເທື່ອທຽນເຫວ້.


ຕອບກັບ

ຂ່າວ/ບົດ​ອື່ນ