ອາເມລິກາ, ອີຢູ ແລະ 20 ປະເທດສະມາຊິກ WTO ໃຫ້ຄຳໝັ້ນສັນຍາຮັກສາການເຄື່ອນໄຫວສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດແລະສະບຽງອາຫານ

(VOVWORLD) -ອາເມລິກາ, ສະຫະພາບເອີລົບ (ອີຢູ) ແລະ 20 ປະເທດສະມາຊິກອື່ນຂອງອົງການການຄ້າໂລກ (WTO) ໄດ້ເຫັນດີຮັກສາການເຄື່ອນໄຫວສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ ແລະ ສະບຽງອາຫານ.
ອາເມລິກາ, ອີຢູ ແລະ 20 ປະເທດສະມາຊິກ WTO ໃຫ້ຄຳໝັ້ນສັນຍາຮັກສາການເຄື່ອນໄຫວສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດແລະສະບຽງອາຫານ - ảnh 1 (ພາບປະກອບ: THX/TTXVN)

ໃນສະພາບໂລກລະບາດໂຄວິດ-19 ພວມເຮັດໃຫ້ລະບົບສະໜອງທັນຍາຫານທົ່ວໂລກຖືກຂາດວັກຂາດຕອນ, ອາເມລິກາ, ສະຫະພາບເອີລົບ (ອີຢູ) ແລະ 20 ປະເທດສະມາຊິກອື່ນຂອງອົງການການຄ້າໂລກ (WTO) ໄດ້ເຫັນດີຮັກສາການເຄື່ອນໄຫວສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ ແລະ ສະບຽງອາຫານ.

ໃນຖະແຫຼງການຮ່ວມ ເຊິ່ງໄດ້ຍົກອອກມາໃນວັນທີ 22 ເມສາ, ກຸ່ມບັນດາປະເທດສະມາຊິກ WTO ດັ່ງກ່າວ, ໃນນັ້ນມີອົດສະຕາລີ, ບຣາຊິນ, ການາດາ ແລະ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ, ຜູ້ທຸກຍາກໃນໂລກ, ລວມທັງບັນດາຊາວກະສິກອນ ຈະຖືກຜົນສະທ້ອນຂອງບັນດາມາດຕະການຈຳກັດການສົ່ງອອກເຊິ່ງຖືກຮັດແໜ້ນກວ່າ. ກຸ່ມບັນດາປະເທດດັ່ງກ່າວໃຫ້ຄຳໝັ້ນສັນຍາວ່າ, ຈະບໍ່ຈັດວາງບັນດາມາດຕະການຈຳກັດການສົ່ງອອກສຳລັບຜະລິດຕະພັນກະເສດ ແລະ ສະບຽງອາຫານ. ບັນດາປະເທດດັ່ງກ່າວກໍ່ເຫັນດີປຶກສາຫາລືກ່ຽວກັບວິທີເພື່ອຍົກສູງກຳລັງຄວາມສາມາດກຽມພ້ອມຂອງອົງການ ເມື່ອຮັບມືກັບ ໂລກລະບາດຕ່າງໆຢູ່ພາກພື້ນ ແລະ ສາກົນ.

ໃນເຫດການທີ່ກ່ຽວຂ້ອງ, ທີ່ກອງປະຊຸມສຸດຍອດທາງອອນລາຍ ໃນຕອນຄ່ຳວັນທີ 23 ເມສາ, ບັນດາການນຳອີຢູ ໄດ້ເຫັນດີສ້າງຕັ້ງກອງທຶນຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ- 19, ຄາດວ່າຈະມີມູນຄ່າ 1.076 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ