ອາເມ​ລິ​ກາ, ອີ​ຢູ ໃຫ້​ຄຳ​ໝັ້ນ​ສັນ​ຍາ ພ້ອມ​ກັນ​ເຄື່ອນ​ໄຫວ ຕໍ່​​ໜ້າຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ ຈີນ

(VOVWORLD) - ອາເລິກາ ແລະ ອີຢູ ຈະອອກຖະແຫຼງການຮ່ວມດ້ວຍເນື້ອໃນ: ໃຫ້ຄຳໝັ້ນສັນຍາຮ່ວມເຄື່ອນໄຫວ ເພື່ອຮັບມືກັບທຸກຄວາມວິຕົກກັງວົນ ກ່ຽວກັບການເຄື່ອນໄຫວທີ່ບໍ່ແມ່ນຕະຫຼາດ ແລະ ນາບຂູ່ເສດຖະກິດຂອງຈີນ ກໍຄືສົມທົບກັນຄວບຄຸມການສົ່ງອອກ ຈິບເຄິ່ງຊັກນຳໄຟຟ້າ ແລະ ສິນຄ້າລະອຽດອ່ອນປະເພດອື່ນໆໄປຍັງປະເທດນີ້. 
 ອາເມ​ລິ​ກາ, ອີ​ຢູ ໃຫ້​ຄຳ​ໝັ້ນ​ສັນ​ຍາ ພ້ອມ​ກັນ​ເຄື່ອນ​ໄຫວ ຕໍ່​​ໜ້າຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ ຈີນ - ảnh 1ທ່ານນາງປະທານຄະນະກໍາມະການ ເອີຣົບ Ursula von der Leyen  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ທີ່ກອງປະຊຸມສຸດຍອດ ອີຢູ - ອາເມລິກາ ໃນເດືອນມິຖຸນາ 2021 (ພາບ: AP)

ໃນທ້າຍເດືອນນີ້, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken  ຈະພົບປະກັບທ່ານຮອງປະທານຄະນະກຳມະການເອີຣົບ Margrethe Vestager ແລະ ບາງເຈົ້າໜ້າທີ່ຂັ້ນສູງຂອງອົງການນີ້ ຢູ່ ຊູແອັດ. ການພົບປະດັ່ງກ່າວຖືກດຳເນີນໃນຂອບເຂດຂອງກອງປະຊຸມຄັ້ງທີ 4 ຂອງ ສະພາການຄ້າ ແລະ ເຕັກໂນໂລຢີ ອີຢູ - ອາເມລິກາ.

ຕາມສຳນັກຂ່າວສານສາກົນຈຳນວນໜຶ່ງແລ້ວ, ພາຍຫຼັງການພົບປະດັ່ງກ່າວ, ຄາດວ່າ ອາເລິກາ ແລະ ອີຢູ ຈະອອກຖະແຫຼງການຮ່ວມດ້ວຍເນື້ອໃນ: ໃຫ້ຄຳໝັ້ນສັນຍາຮ່ວມເຄື່ອນໄຫວ ເພື່ອຮັບມືກັບທຸກຄວາມວິຕົກກັງວົນ ກ່ຽວກັບການເຄື່ອນໄຫວທີ່ບໍ່ແມ່ນຕະຫຼາດ ແລະ ນາບຂູ່ເສດຖະກິດຂອງຈີນ ກໍຄືສົມທົບກັນຄວບຄຸມການສົ່ງອອກ ຈິບເຄິ່ງຊັກນຳໄຟຟ້າ ແລະ ສິນຄ້າລະອຽດອ່ອນປະເພດອື່ນໆໄປຍັງປະເທດນີ້. ຮ່າງຖະແຫຼງການຮ່ວມ ອີຢູ - ອາເມລິກາ ກໍໃຫ້ຮູ້ວ່າ ສອງຝ່າຍພວມຊັ່ງຊາທຸກມາດຕະການຮັບມືກັບໄພນາບຂູ່ຈາກນະໂຍບາຍ ແລະ ການເຄື່ອນໄຫວທີ່ບໍ່ແມ່ນຕະຫຼາດຂອງ ຈີນ ໃນຂົງເຂດອຸປະກອນການແພດ.

ຟ້າມຮວັນ - ນັກຂ່າວ VOV  ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ