ອາ​ເມ​ລິ​ກາ, ອີ​ຣານ ຊັ່ງ​ຊາ​ຄວາມ​ສາ​ມາດ​ເຈ​ລະ​ຈາ​ໂດຍ​ກົງ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ

(VOVWORLD) -ໃນວັນດຽວກັນ, ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ນະຄອນຫຼວງ ເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian ຖືວ່າ “ຖ້າວ່າ ພວກຂ້າພະເຈົ້າກ້າວເຂົ້າສູ່ໄລຍະບັນລຸໄດ້ຂໍ້ຕົກລົງທີ່ເປັນຜົນປະໂຫຍດດ້ວຍການຮັບປະກັນຢ່າງແຮງ ແຕ່ຕ້ອງມີການເຈລະຈາໂດຍກົງກັບ ອາເມລິກາ, ພວກຂ້າພະເຈົ້າຈະຊັ່ງຊາການເລືອກເຟັ້ນນີ້”.
ອາ​ເມ​ລິ​ກາ, ອີ​ຣານ ຊັ່ງ​ຊາ​ຄວາມ​ສາ​ມາດ​ເຈ​ລະ​ຈາ​ໂດຍ​ກົງ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ - ảnh 1ນັກເຕັກນິກຢູ່ຮາກຖານນິວເຄຼຍ  Isfahan ຂອງເຕເຮຣານ (ພາບ:  AFP/ TTXVN)

ວັນທີ 24 ມັງກອນ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຢັ້ງຢືນວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະເຈລະຈາໂດຍກົງກັບ ເຕເຮຣານ ກ່ຽວກັບໂຄງການນິວເຄຼຍ ອີຣານ. ຖະແຫຼງການນີ້ ໄດ້ຍົກອອກມາ ພາຍຫຼັງ ປະເທດ ອີຣານ ໃຫ້ຮູ້ວ່າ ຈະຊັ່ງຊາຄວາມສາມາດເຈລະຈາໂດຍກົງ ຖ້າມີແງ່ຫວັງກ່ຽວກັບຂໍ້ຕົກລົງທີ່ເປັນຜົນປະໂຫຍດດ້ວຍການຮັບປະກັນຢ່າງແຮງ”. ໂຄສົກກະຊວງການຕ່າງປະເທດ ອາເມລິກາທ່ານໜຶ່ງ ໄດ້ຍອມຮັບວ່າ ການເຈລະຈາໂດຍກົງ ຈະເຮັດໃຫ້ສອງຝ່າຍປຶກສາຫາລືຢ່າງມີປະສິດທິຜົນກ່ວາ, ນີ້ແມ່ນການເລືອກເຟັ້ນທີ່ຈຳເປັນທີ່ສຸດ ເພື່ອບັນລຸໄດ້ຄວາມຮັບຮູ້ກ່ຽວກັບການກັບຄືນປະຕິບັດແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ໂດຍໄວ”

ກ່ອນໜ້ານັ້ນ, ໃນວັນດຽວກັນ, ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ນະຄອນຫຼວງ ເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian ຖືວ່າ “ຖ້າວ່າ ພວກຂ້າພະເຈົ້າກ້າວເຂົ້າສູ່ໄລຍະບັນລຸໄດ້ຂໍ້ຕົກລົງທີ່ເປັນຜົນປະໂຫຍດດ້ວຍການຮັບປະກັນຢ່າງແຮງ ແຕ່ຕ້ອງມີການເຈລະຈາໂດຍກົງກັບ ອາເມລິກາ, ພວກຂ້າພະເຈົ້າຈະຊັ່ງຊາການເລືອກເຟັ້ນນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ