ອາເມລິກາ ອອກລັດຖະດໍາລັດວ່າດ້ວຍການຕ້ານການກໍ່ການຮ້າຍສະບັບໃໝ່

(VOVWORLD) - ວັນທີ 10 ກັນຍາ, ອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດໃຊ້ລັດຖະດໍາລັດສະບັບໃໝ່ ໂດຍອະນຸຍາດໃຫ້ ອາເມລິກາ ລົງໂທດຫົວໜ້າບັນດາອົງການກໍ່ການຮ້າຍ ບໍ່ຈໍາເປັນມີຂໍ້ຫາວ່າ ມີການກະທໍາກໍ່ການຮ້າຍລະອຽດ.

       ໃນແຈ້ງການສະບັບໜຶ່ງທີ່ໄດ້ຍົກອອກມາພ້ອມກັບລັດຖະດໍາລັດສະບັບດັ່ງກ່າວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ບັນດາອົງການຈັດຕັ້ງການເງິນຕ່າງປະເທດ ຖືກກ່າວເຕືອນກ່ຽວກັບຄວາມສ່ຽງຖືກລົງໂທດ ຖ້າຫາກວ່າ ຈົງໃຈປະຕິບັດ ແລະ ສ້າງເງື່ອນໄຂໃຫ້ບໍ່ວ່າການພົວພັນການຄ້າສໍາຄັນໃດກັບບັນດາເປົ້າໝາຍກໍ່ການຮ້າຍ. ລັດຖະດໍາລັດສະບັບດັ່ງກ່າວ ໄດ້ຊ່ວຍໃຫ້ກະຊວງການຕ່າງປະເທດ ແລະ ກະຊວງການເງິນ ອາເມລິກາ ປະຕິບັດບັນດາມາດຕະການລົງໂທດຢ່າງມີປະສິດທິຜົນ ແລະ ຄົບຖ້ວນກວ່າ ສໍາລັບສ່ວນບຸກຄົນ ແລະ ອົງການທີ່ເຂົ້າຮ່ວມບັນດາຊຸດຝຶກຊ້ອມກໍ່ການຮ້າຍ ແລະ ມີສິດອໍານາດໃໝ່ຕື່ມອີກເພື່ອລົງໂທດບັນດາອົງການການເງິນຕ່າງປະເທດທີ່ຈົງໃຈຮ່ວມມືກັບບັນດາເປົ້າໝາຍກໍ່ການຮ້າຍ.

        ລັດຖະດໍາລັດສະບັບໃໝ່ນີ້ ຖືກຍົກອອກມາກ່ອນນີ້ 1 ສັນພາຍຫຼັງທີ່ ອາເມລິກາ ຈັດຕັ້ງພິທີລະນຶກເຖິງວັນກໍ່ເຫດວິນາດສະກໍາຕຶກແຝດຢ່າງນອງເລືອດໃນວັນທີ 11 ກັນຍາ 2001 ຄົບຮອບ 18 ປີ ເຊິ່ງໄດ້ເຮັດໃຫ້ສາມັນຊົນເກືອບ 3.000 ຄົນເສຍຊີວິດ ແລະ ໄດ້ສັ່ນສະເທື່ອນໄປທົ່ວໂລກ ແລະ ໄດ້ແກ່ດຶງເອົາ ອາເມລິກາ ເຂົ້າສູ່ສົງຄາມຕໍ່ສູ້ຕ້ານການກໍ່ການຮ້າຍໃນຂອບເຂດທົ່ວໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ