ອາເມລິກາ ອອກແຈ້ງຍົກການຍ້າຍສ່ວນໜຶ່ງຂອງສະຖານກົງສູນປະຈຳ ເມກຊີໂກ

(VOVWORLD) -ສະຖານກົງສູນໄດ້ຢຸດຕິການສະໜອງການບໍລິການປົກກະຕິຢູ່ Nuevo Laredo ແລະ ກ່າວເຕືອນພົນລະເມືອງ ອາເມລິກາ ທີ່ຢາກອອກຈາກນະຄອນນີ້ ຄວນຕິດຕາມແຫຼ່ງຂ່າວ ແລະ ແຈ້ງການຂອງທ້ອງຖິ່ນ
ອາເມລິກາ ອອກແຈ້ງຍົກການຍ້າຍສ່ວນໜຶ່ງຂອງສະຖານກົງສູນປະຈຳ ເມກຊີໂກ - ảnh 1ກຳລັງປ້ອງກັນຄວາມສະຫງົບຂອງ ເມັກຊີໂກ
(ພາບປະກອບ: AFP/TTXVN)

ວັນທີ 17 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອະນຸຍາດໃຫ້ຍາດຕິພີ່ນ້ອງ ແລະ ພາລະກອນສະຖານກົງສູນບາງຄົນຂອງປະເທດນີ້ໃຫ້ອອກຈາກນະຄອນ Nuevo Laredo, ລັດ Tamaulipas ຂອງ ເມັກຊີໂກ, ໃກ້ກັບເຂດຊາຍແດນລະຫວ່າງ 2 ປະເທດ, ພາຍຫຼັງທີ່ມີຄົນກຸ່ມໜຶ່ງຍິງປືນໃສ່ອົງການຜູ້ຕາງໜ້າດ້ານການທູດຂອງ ອາເມລິກາ ເມື່ອວັນທີ 13 ມີນາ ຜ່ານມາ.

        ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ສະຖານກົງສູນໄດ້ຢຸດຕິການສະໜອງການບໍລິການປົກກະຕິຢູ່ Nuevo Laredo ແລະ ກ່າວເຕືອນພົນລະເມືອງ ອາເມລິກາ ທີ່ຢາກອອກຈາກນະຄອນນີ້ ຄວນຕິດຕາມແຫຼ່ງຂ່າວ ແລະ ແຈ້ງການຂອງທ້ອງຖິ່ນ, ອະນຸຍາດໃຫ້ເດີນທາງກໍ່ຕໍ່ເມື່ອມີເງື່ອນໄຂຮັບປະກັນຄວາມປອດໄພຢ່າງຄົບຖ້ວນ. ອົງການນີ້ກໍ່ກ່າວເຕືອນພົນລະເມືອງຈຳກັດການໄປເຖິງ Tamaulipas ຍ້ອນມີຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງ ແລະ ສະພາບການອາດຊະຍາກຳ.

ຕອບກັບ

ຂ່າວ/ບົດ​ອື່ນ