ອາເມລິກາ ອາດຈະ ຮັບຮູ້ໂຄງການນິວເຄຼຍພົນລະເຮືອນຂອງອີຮານ

ອາເມລິກາ ອາດຈະ ຮັບຮູ້ໂຄງການນິວເຄຼຍພົນລະເຮືອນຂອງອີຮານ - ảnh 1
ໂຮງງານໄພຟ້າເນິວເຄຼຍ Bushehr ຂອງອີຮານ
( ພາບ: guardian.co.uk )


( vovworld ) –   ​ໃນ​ສານ​ສະບັບ​ໜື່ງ​ສົ່ງ​​ເຖິງ​ຜູ້​ນຳ​ທາງດ້ານ​ຈິດ​ໃຈຂອງ​ອີ​ຮານ ສາດສະດາ Ali Khamenei, ທ່ານ​ປະທານ​າທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ເວົ້າ​ວ່າ ອາ​ເມ​ລິ​ກາ ອາດ​ຈະ​ຮັບ​ຮູ້​ໂຄງການ​ນິວ​ເຄຼຍພົນລະ​ເຮືອນ​ຂອງ​ອີ​ຮານ ຖ້າ​ຮາກ​ຜູ້ນຳ Khamenei ສາມາດ​ຢັ້ງຢືນ​ຖະ​ແຫຼ​ງຂອງ​ຕົນ​​ເມື່ອ​ມໍ່ໆ​ມາ​ນີ້​ວ່າອີ​ຮານ “ ​ບໍ່​ເດີນ​ຕາມອາວຸດ​ນິວ​ເຄຼຍ ”. ສານ​ດັ່ງກ່າວ​ຂອງ​ທ່ານ​ປະທານາທິບໍ​ດີ Obama ຖືກທ່ານ​ນາຍົກລັດຖະມົນຕີຕວກກີ Recep Tayip Erdogan ຝາກ​ເຖິງ​ຜູ້ນຳທາງ​ດ້ານຈິດ​ໃຈຂອງ​ອີ​ຮານ ​ໃນ​ການ​ຢ້ຽມຢາມ​ອີ​ຮານ ຂອງ​ທ່ານ​​ໃນ​ອາທິດ​ແລ້ວ​ນີ້. ​ໂຄງການ​ນິວ​ເຄຼຍຂອງ​ອີ​ຮານ ​ແມ່ນ​ຫົວ​ຂໍ້​ທີ່​ກໍ່​ໃຫ້ເກີດ​ກາ​ນ​ໂຕ້​ຖຽງ​ກັນ​ລະຫວ່າງ​ອີ​ຮານ ​ແລະ ປະຊາ​ຄົມ​ໂລກ. ອາ​ເມ​ລິ​ກາ, ອິດສະ​ຣາ​ແອນ ​ແລະ ບັນດາ​ປະ​ເທດພັນ​ທະ​ມິດ​ໄດ້​ຖື​ວ່າ​ ອີ​ຮານ ມີ​ຄວາມ​ທະ​ເຍີ​ທະ​ຍານຜະລິດ​ອາວຸດ​ນິວ​ເຄຼຍ, ​ໃນ​ຂະນະ​ທີ່​ອີ​ຮານ ຢັ້ງຢືນ​ໂຄງການ​ນິວ​ເຄຼຍຂອງ​ເຂົ້າ​ເຈົ້າ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເປົ້າ​ໝາຍ​ສັນຕິພາບ.

ຂ່າວ/ບົດ​ອື່ນ