ອາ​ເມ​ລິ​ກາ ຮຽກ​ຮ້ອງ G7 ຍົກ​ອອກ​ຖະ​ແຫຼງ​ການ​ຈະ​ແຈ້ງ​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຮຽກຮ້ອງໃຫ້ກຸ່ມ ຈົ່ງສະແດງທັດສະນະຢ່າງຈະແຈ້ງກ່ຽວກັບການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ທີ່ເກີດຂຶ້ນໃນຕະຫຼອດ 1 ເດືອນຜ່ານມາ.
ອາ​ເມ​ລິ​ກາ ຮຽກ​ຮ້ອງ G7 ຍົກ​ອອກ​ຖະ​ແຫຼງ​ການ​ຈະ​ແຈ້ງ​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ - ảnh 1ການເຄື່ອນໄຫວກູ້ໄພກູ້ຊີບໄດ້ຜັນຂະຫຍາຍພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ນະຄອນ Khan Younis, ຢູ່ເຂດ ກາຊາ ໃນວັນທີ 6/11 (ພາບ:THX/TTXVN)

ໃນບົດກ່າວປາໄສໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ວັນທີ 07 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຮຽກຮ້ອງໃຫ້ກຸ່ມ ຈົ່ງສະແດງທັດສະນະຢ່າງຈະແຈ້ງກ່ຽວກັບການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ທີ່ເກີດຂຶ້ນໃນຕະຫຼອດ 1 ເດືອນຜ່ານມາ.

        ຜູ້ນຳກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ນີ້ແມ່ນຈຸດເວລາສຳຄັນເພື່ອໃຫ້ບັນດາປະເທດ G7 ຮັບມືກັບວິກິດການນີ້ ແລະ ສະແດງທັດສະນະລວມຢ່າງຈະແຈ້ງຕໍ່ສະພາບການປັດຈຸບັນຢູ່ເຂດ ກາຊາ. ເຖິງວ່າ ບໍ່ໄດ້ເປິດເຜີຍລະອຽດ, ແຕ່ທ່ານ Blinken ຢັ້ງຢືນວ່າໃນຊຸມປີຈະມາເຖິງ, ວຽກງານການໜູນຊ່ວຍອາດຈະເປີດກວ້າງຕາມແບບວິທີລະອຽດ. ໂດຍເປັນປະເທດພັນທະມິດຫຼັກແຫຼ່ງຂອງ ອິດສະຣາແອັນ, ໄລ່ມາຮອດປັດຈຸບັນ, ອາເມລິກາ ຍັງສືບຕໍ່ຮຽກຮ້ອງບັນລຸໄດ້ຄຳສັ່ງຢຸດຍິງ.

        ຄາດວ່າ ໃນ 2 ວັນດຳເນີນກອງປະຊຸມ, ນອກຈາກວິກິດການຢູ່ຕາເວັນອອກກາງ, ລັດຖະມົນຕີບັນດາປະເທດໃນກຸ່ມ G7 ກໍຈະປຶກສາຫາລືກ່ຽວກັບຫຼາຍບັນຫາອື່ນໆ: ເຊັ່ນ: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ; ບັນດາການຜັນແປຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ; ບັນຫາລູກສອນໄຟ ແລະ ນິວເຄຼຍຂອງ ສປປ.ເກົາຫຼີ; ຄວາມມານະພະຍາຍາມຂອງ G7 ເພີ່ມທະວີການຮ່ວມມືກັບພາກພື້ນ ອາຊີກາງ…

ຕອບກັບ

ຂ່າວ/ບົດ​ອື່ນ