ອາເມລິກາ ຮຽກຮ້ອງ ລັດເຊຍ ປິດປະຕູບັນດາຮາກຖານການທູດຈຳນວນຫລວງຫລາຍ

(VOVWORLD) - ວັນທີ 31 ສິງຫາ, ກະຊວງການຕ່າງປະເທດ ອາເມລິກາ ຖະແຫຼງວ່າ ປະເທດນີ້ ໄດ້ຮຽກຮ້ອງໃຫ້ ລັດເຊຍ ປິດປະຕູສະຖານກົງສູນໃຫຍ່ປະຈຳນະຄອນ San Francisco ຂຶ້ນກັບລັດ California
ອາເມລິກາ ຮຽກຮ້ອງ ລັດເຊຍ ປິດປະຕູບັນດາຮາກຖານການທູດຈຳນວນຫລວງຫລາຍ - ảnh 1 (ພາບປະກອບ)

ພ້ອມກັບ 2 ຮາກຖານການຄ້າປະຈຳນະຄອນຫລວງ ວໍຊິງຕັນ ແລະ ນະຄອນ ນິວຢອກ, ເພື່ອແນໃສ່ຕອບໂຕ້ເລື່ອງວັງ Kremlin ຮຽກຮ້ອງໃຫ້ ອາເມລິກາ ຫລຸດຈຳນວນພາລະກອນການທູດປະຈຳ ລັດເຊຍ ລົງ. ເດືອນກ່ອນ, ມົດສະກູ ໄດ້ຮຽກຮ້ອງ ວໍຊິງຕັນ ຫຼຸດຈຳນວນພະນັກງານການທູດ ແລະ ພາລະກອນເຕັກນິກລົງກ່ວາເຄິ່ງໜຶ່ງເຫຼືອພຽງ 455 ຄົນເທົ່ານັ້ນ, ພາຍຫລັງສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນເລື່ອງ ນຳໃຊ້ບັນດາມາດຕະການລົງໂທດໃໝ່ຕໍ່ ລັດເຊຍ.

        ໃນຖະແຫຼງການໜຶ່ງ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານ Heather Nauert ໃຫ້ຮູ້ວ່າ: ອາເມລິກາ ເຊື່ອໝັ້ນວ່າ ການກະທຳນີ້ ແມ່ນປະຕິບັດຕາມລຳພັງໃຈ ແລະ ກໍ່ຜົນເສຍຫາຍຕໍ່ການພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ