ອາ​ເມ​ລິ​ກາ ຮຽກ​ຮ້ອງ ອີ​ຣານ ສືບ​ຕໍ່​ຮ່ວມ​ມື​ກັບ IAEA

(VOVWORLD) - ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ ອີຣານ ສືບຕໍ່ຮ່ວມມືກັບ ອົງການພະລັງງານປະລະມານູສາກົນ (IAEA), ພ້ອມທັງຖືວ່າ ອີຣານ ພວມບໍ່ເອົາໃຈໃສ່ເຖິງພັນທະປະຕິບັດບັນດາຄຳໝັ້ນສັນຍານິວເຄຼຍຂອງຕົນ. 
ອາ​ເມ​ລິ​ກາ ຮຽກ​ຮ້ອງ ອີ​ຣານ ສືບ​ຕໍ່​ຮ່ວມ​ມື​ກັບ IAEA - ảnh 1ລົດຂົນສົ່ງວັດຖຸດິບອອກຈາກ ສູນນິວເຄຼຍ Natanz ຂອງ ອີຣານ (ພາບ: AFP/TTXVN)

ວັນທີ 23 ກຸມພາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ ອີຣານ ສືບຕໍ່ຮ່ວມມືກັບ ອົງການພະລັງງານປະລະມານູສາກົນ (IAEA), ພ້ອມທັງຖືວ່າ ອີຣານ ພວມບໍ່ເອົາໃຈໃສ່ເຖິງພັນທະປະຕິບັດບັນດາຄຳໝັ້ນສັນຍານິວເຄຼຍຂອງຕົນ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຢັ້ງຢືນວ່າ ວໍຊີງຕັນ ຈະປະກອບຄຳເຫັນຢ່າງແໜ້ນແຟ້ນກັບ IAEA ເພື່ອປຶກສາຫາລືກ່ຽວກັບການກະທຳທີ່ເໝາະສົມ ແນໃສ່ໜູນຊ່ວຍຂໍ້ຕົກລົງສະບັບຕ່າງໆຂອງ ອົງການນີ້ ກັບ ອີຣານ.

                  ຖະແຫຼງການດັ່ງກ່າວຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ຍົກອອກມາ ພາຍຫຼັງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Mohammad Javad Zarif ໃຫ້ຮູ້ວ່າ ວັນທີ 23 ກຸມພາ ເຕເຮຣານ ໄດ້ຢຸດຊົ່ວຄາວການປະຕິບັດອະນຸສັນຍາເພີ່ມເຕີມ ສຳລັບ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT). ໂທລະພາບ ອີຣານ ກໍໄດ້ໃຫ້ຂ່າວວ່າ ເຕເຮຣານ ໄດ້ເລີ່ມຈຳກັດການກວດສອບສາກົນ ສຳລັບ ບັນດາຮາກຖານນິວເຄຼຍຂອງປະເທດນີ້, ໂດຍໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ກໍ່ຄວາມກົດດັນ ເພື່ອໃຫ້ບັນດາປະເທດ ເອີຣົບ ແລະ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Joe Biden ຍົກເລີກບັນດາມາດຕະການລົງໂທດດ້ານເສດຖະກິດ ແລະ ຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015.


ຕອບກັບ

ຂ່າວ/ບົດ​ອື່ນ