ອາເມລິກາ ຮຽກຮ້ອງ ອະນຸຍາດໃຫ້ບັນດາ ຜູ້ສັງເກດການ ສະຫະ ປະຊາຊາດ ກັບຄືນສູ່ ສປປ ເກົາຫຼີ

ອາເມລິກາ ຮຽກຮ້ອງ ອະນຸຍາດໃຫ້ບັນດາ ຜູ້ສັງເກດການ ສະຫະ ປະຊາຊາດ ກັບຄືນສູ່ ສປປ ເກົາຫຼີ - ảnh 1
ທູດພິເສດຂອງ ອາເມລິກາ ກ່ຽວກັບບັນຫາ ສປປ ເກົາຫຼີ
(ພາບ: cntv.cn.)

(vovworld) - ວັນ​ທີ 6/3, ອາ​ເມ​ລິ​ການ​ໄດ້​ຮຽກຮ້ອງ ສປປ ​ເກົາຫຼີ ພິ​ສູດ​ບັນດາ​ຄວາມ​ຄຳ​ໝັ້ນ​ສັນຍາ​​ຂອງ​ປະ​ເທດ​ນີ້ ກ່ຽວ​ກັບ​ການ​ຫຼຸດຜ່ອນ​ໂຄງການ​ນິວ​ເຄຼຍຢ່າງ​ເຂັ້ມ​ງວດ ດ້ວຍ​ວິທີ ​ອະນຸຍາດ​ໃຫ້​ບັນດາ​ຜູ້ສັງ​ເກດ​ການ​ສະຫະ​ປະຊາ​ຊາດ​ກັບ​ຄືນ​ສູ່​ປະ​ເທດ​ນີ້​ໂດຍ​ໄວ ​ເພື່ອ​ຕິດຕາມ​ກວດກາ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ປະ​ເທດ​ນີ້. ​ໃນ​ແຫຼ​ງການ​ທີ່​ຍົກ​ອອກ​ມາ ຕໍ່​ຄະນະ​ຜູ້ອຳນວຍການ​ອົງການ​ພະລັງງານ​ປະລະມານູ​ສາກົນ (ຫຼື IAEA), ທ່ານ Robert Wood, ສະມາ​ຊິກ​ຂອງ​ຄະນະ​ປະຕິບັດ​ງານ ອາ​ເມ​ລິ​ການ ຢູ່  IAEA ​ເວົ້າ​ວ່າ: ອາ​ເມ​ລິ​ກາ ​ຖື​ບັນດາ​ຄຳ​ໝັ້ນ​ສັນຍາ​ເຊິ່ງ​ ສປປ ​ເກົາຫຼີ ຍົກ​ອອກ​ມາ​ໃນ​ອາທິ​ດກ່ອນ ​ແມ່ນ​ການ​ກະທຳ​ທຳ​ອິດ​ທີ່ມຸ້ງ​ໄປ​ສູ່​ການຫຼຸດຜ່ອນ​ອາວຸດ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ທ່ານ Wood ກໍ​ໃຫ້​ຮູ້​​ໄດ້ຮຽກ​ຮ້ອງ​​ໃຫ້ ສປປ ​ເກົາຫຼີ ສະ​ເໜີ​​ການ​ພົບ​ປະ​ໂດຍ​ກົງ​ກັບ IAEA ຍິ່ງ​ໄວ​ກໍ​ຍິງ​ດີ.

        ກ່ອນ​ໜ້າ​ນັ້ນ, ສປປ ​ເກົາຫຼີ ​ໄດ້​ປະກາດ​ຈະ​ຢຸດຕິ​ບັນດາ​ປັດ​​ໄຈ​ຕົ້ນຕໍ​ຂອງ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ ​ແລະ ອະນຸຍາດ​ໃຫ້​ບັນດາ​ຜູ້​ສັງ​ເກດ​ການ ສະຫະ​ປະຊາ​ຊາດ​ກັບ​ຄືນ​ສູ່ ສປປ ​ເກົາຫຼີ ​ເພື່ອ​ແນ​ໃສ່​​ແລກ​ເອົາ​ທັນ​ຍາ​ຫານ​ນັບ​ຮ້ອນ​ໂຕນ​ເຊິ່ງ ອາ​ເມ​ລິ​ກາ​ ສະ​ຫງວນ ​ໃຫ້​ແກ່ ສປປ ​ເກົາ​ຫຼີ, ກໍ​ຄື ​ແມ່ນ​ກາລະ​ໂອກາດ​ເພື່ອ​​ໃຫ້ບັນດາ​ຝ່າຍ​ເຊື່ອມ​ຕໍ​່ການ​ເຈລະຈາ 6 ຝ່າຍ​ທີ່​ເຄິຍຖືກ​ຢຸດ​ສະ​ງັກນັບ​ແຕ່​ປີ 2008. ໃນ​ຖະ​ແຫຼ​ງການ​​ຕໍ​ວົງ​ການ​ນັກ​ຂ່າວ​​ເມື່ອ​ຕົ້ນ​ອາທິດນີ້, ​ທ່ານ Yukiya Amano, ຜູ້ອຳນວຍການ​ໃຫຍ່ IAEAໃຫ້​ຮູ້​ວ່າ: ຍັງ​ບໍ່​ທັນ​ມີ​ການ​ປຶກສາ​ຫາລື ກັບ ສປປ ​ເກົາຫຼີ ກ່ຽວ​ກັບ​ຈຸດ​ເວລາ​ທີ່ບັນດາ​ຜູ້​ສັງ​ເກດ​ການ​ຂອງ​ອົງການ​ນີ້​​ກັບ​ຄືນ​ສູ່​ປະ​ເທດ ສປປ ​ເກົາຫຼີ​ເທື່ອ.

 

ຂ່າວ/ບົດ​ອື່ນ